lo_tn/deu/32/23.md

4.5 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊກ່າວເຖິງບົດກະວີທີ່ມ່ວນຊື່ນກັບຊາວອິດສະຣາເອນ. ລາວສືບຕໍ່ອ້າງເຖິງຖ້ອຍຄຳຂອງພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຮົາຈະສຸມໄພພິບັດຕ່າງໆເທິງພວກເຂົາ

ພຣະຢາເວກ່າວເຖິງສິ່ງທີ່ບໍ່ດີທີ່ຈະເກີດຂື້ນກັບຊາວອິດສະຣາເອນຄືກັບວ່າມັນເປັນສິ່ງເປິເປື້ອນທີ່ພຣະອົງຈະວາງທັບເທິງຊາວອິດສະຣາເອນ. ອາດແປໄດ້ອີກວ່າ: "ເຮົາຈະຮັບປະກັນວ່າສິ່ງທີ່ບໍ່ດີຫລາຍໆຢ່າງຈະເກີດຂື້ນກັບພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະຍິງລູກທັງຫມົດໃສ່ພວກເຂົາ

ໃນນີ້ພຣະຢາເວປຽບທຽບສິ່ງຊົ່ວຮ້າຍທີ່ພຣະອົງຈະເຮັດໃຫ້ເກີດຂຶ້ນແທ້ໆ ກັບຊາວອິດສະຣາເອນກັບການທີ່ຍິງລູກທະນູ. ອາດແປໄດ້ອີກວ່າ: "ເຮົາຈະເຮັດທຸກສິ່ງທີ່ເຮົາສາມາດເຮັດເພື່ອຂ້າພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຂົາຈະຈ່ອຍຜອມຍ້ອນຄວາມຫິວ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ຄຳນາມທີ່ເປັນນາມມະທຳນີ້ "ຄວາມອຶດຫິວ" ສາມາດແປເປັນຄຳກິລິຍາວ່າ “ຫິວ." ອາດແປໄດ້ອີກວ່າ: "ພວກເຂົາຈະອ່ອນແອລົງ ແລະຕາຍຍ້ອນວ່າພວກເຂົາຫິວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-abstractnouns]])

ພວກເຂົາຈະ...ຄວາມຫິວເເລະການເຜົາຜານຢ່າງຮ້ອນເເຮງ ເເລະ ການທຳລາຍຢ່າງຂົ່ມຂື່ນ

ຄວາມຫມາຍທີ່ເປັນໄປໄດ້ຂອງ "ຄວາມຮ້ອນທີ່ເຜົາຜານ" ແມ່ນ 1) ຊາວອິດສະຣາເອນຈະປະສົບກັບອາການເຈັບປ່ວຍ ຫລື 2) ສະພາບອາກາດຈະຮ້ອນຂື້ນຜິດປົກກະຕິໃນລະຫວ່າງໄພແຫ້ງແລ້ງ ຫລືໄພອຶດຢາກ. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພວກເຂົາຈະ ... ຄວາມອຶດຫິວ, ແລະ ຄວາມຮ້ອນທີ່ຮ້ອນແຮງແລະໄພພິບັດທີ່ຮ້າຍແຮງຈະກືນກິນພວກເຂົາ" ຫລື "ພວກເຂົາຈະ ... ຄວາມອຶດຫິວ, ແລະພວກເຂົາຈະຕາຍຈາກຄວາມຮ້ອນແລະຄວາມອັນຕະລາຍທີ່ຮ້າຍແຮງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຮົາຈະສົ່ງສັດປ່າທີ່ມີເເຂ້ວເລັບ,ມາຍັງພວກທ່ານດ້ວຍສິ່ງຕ່າງໆທີ່ມີພິດທີ່ຄານມາ

ແຂ້ວ ແລະ ສານພິດແມ່ນປຽບທຽບສຳລັບສັດທີ່ໃຊ້ສິ່ງເຫລົ່ານີ້ເພື່ອຂ້າ. ອາດແປໄດ້ອີກວ່າ: "ເຮົາຈະສົ່ງສັດປ່າມາກັດພວກເຂົາ, ແລະສິ່ງທີ່ຄານໃນຝຸ່ນເພື່ອກັດແລະເບື່ອພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)