lo_tn/deu/32/13.md

2.9 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າເຖິງບົດກະວີເພງທີ່ມ່ວນຊື່ນກັບຊາວອິດສະຣາເອນ.

ພຣະອົງໄດ້ເຮັດໃຫ້ເຂົາຂີ່ຂຶ້ນໄປສະຖານທີ່ສູງຂອງດິນເເດນນັ້ນ

ນີ້ແມ່ນສຳນວນ. ຄຳວ່າ "ເຂົາ" ຫມາຍເຖິງຊາວອິດສະຣາເອນ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ເຮັດໃຫ້ພວກເຂົາຢູ່ບ່ອນສູງຂອງແຜ່ນດິນ" ຫລື "ພຣະຢາເວໄດ້ຊ່ວຍພວກເຂົາຍຶດເອົາ ແລະຄອບຄອງແຜ່ນດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເຮັດໃຫ້ເຂົາຂີ່ຂຶ້ນໄປ...ພຣະອົງໄດ້ຊົງລ້ຽງດູເຂົາ...ພຣະອົງໄດ້ຊົງລ້ຽງດູເຂົາ

ໂມເຊກ່າວອີກຄັ້ງຫນຶ່ງເຖິງຊາວອິດສະຣາເອນຄື "ຢາໂຄບ" (32: 9). ທ່ານອາດຈຳເປັນຕ້ອງແປຄືກັບວ່າໂມເຊກຳລັງເວົ້າເຖິງຊາວອິດສະຣາເອນເປັນຈຳນວນຫລວງຫລາຍ. "ນຳພາພວກເຂົາ ... ກັບພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)

ພຣະອົງໄດ້ຊົງລ້ຽງດູເຂົາດ້ວຍຜົນຕ່າງໆ; ຈາກທົ່ງນາ

"ພຣະອົງໄດ້ ນຳເຂົາໄປຫາດິນແດນທີ່ມີຜົນລະປູກຫລວງຫລາຍທີ່ເຂົາກິນໄດ້"

ພຣະອົງໄດ້ຊົງລ້ຽງດູເຂົາດ້ວຍນຳ້ເຜິ້ງຈາກສິລາ,ເເລະນຳ້ມັນຈາກຜາຫີນຊັນ

ດິນແດນດັ່ງກ່າວມີເຜິ້ງປ່າຫລາຍຊະນິດ, ເຊິ່ງຜະລິດນໍ້າເຜິ້ງ, ມີຂີ້ເຜິ້ງຢູ່ໃນຮູໂງ່ນຫີນ. ນອກນັ້ນຍັງມີຕົ້ນຫມາກກອກເທດຫລາຍ, ເຊິ່ງເປັນນຳ້ມັນ, ແລະ ເກີດຂຶ້ນເທິງຫີນ, ເນີນພູ, ແລະ ພູເຂົາ.

ຊົງລ້ຽງດູເຂົາດ້ວຍນຳ້ເຜິ້ງ

ຄ້າຍຄືແມ່ທີ່ໃຫ້ນົມລູກແກ່ແອນ້ອຍ. "ອະນຸຍາດໃຫ້ເຂົາດູດເອົານໍ້າເຜິ້ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)