lo_tn/deu/32/09.md

3.6 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າເຖິງບົດກະວີເພງທີ່ມ່ວນຊື່ນກັບຊາວອິດສະຣາເອນ. ໃນຂະນະທີ່ລາວເວົ້າກັບຊາວອິດສະຣາເອນລາວເວົ້າກ່ຽວກັບພວກເຂົາຄືກັບວ່າພວກເຂົາຄືໃຜບາງຄົນ ແລະຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເພາະສ່ວນຂອງພຣະຢາເວຄືປະຊາຊົນຂອງພຣະອົງ; ຢາໂຄບເປັນມໍຣະດົກທີ່ໄດ້ຮັບການເເຕ່ງຕັ້ງຂອງພຣະຢາເວ

ສອງປະໂຫຍກນີ້ໂດຍພື້ນຖານແລ້ວຫມາຍຄວາມແມ່ນສິ່ງດຽວກັນ ແລະສາມາດລວມເຂົ້າກັນໄດ້. ອາດແປໄດ້ອີກວ່າ: "ລູກຫລານຂອງຢາໂຄບເປັນມໍລະດົກຂອງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພຣະອົງພົບເຂົາ... ພຣະອົງໄດ້ຊົງປົກປ້ອງເຂົາເເລະຊົງດູເເລເຂົາ...ຊົງຄຸ້ມກັນເຂົາ

"ພຣະອົງໄດ້ພົບຢາໂຄບ ... ປົກປ້ອງລາວ ແລະເບິ່ງແຍງລາວ ... ຄຸ້ມຄອງລາວ" ທ່ານອາດຈະຕ້ອງແປເລື່ອງນີ້ຄືກັບວ່າໂມເຊກຳ ລັງເວົ້າກ່ຽວກັບຊາວອິດສະຣາເອນເປັນຈຳນວນຫລວງຫລາຍ. ພຣະອົງໄດ້ພົບກັບບັນພະບຸລຸດຂອງພວກເຮົາ ... ໄດ້ປົກປ້ອງພວກເຂົາ ແລະເບິ່ງແຍງພວກເຂົາ ... ຄຸ້ມຄອງພວກເຂົາ"

ຖິ່ນທຸລະກັນດານທີ່ຮົກຮ້າງ

ໃນນີ້ “ ຮ້ອງໂຫຍຫວນ” ຫມາຍເຖິງສຽງທີ່ລົມພັດແຮງເມື່ອມັນພັດຜ່ານດິນແດນເປົ່າຫວ່າງ.

ພຣະອົງໄດ້ຊົງຄຸ້ມກັນເຂົາເຫມືອນດັ່ງເເກ້ວຕາຂອງພຣະອົງ

ໃນນີ້ແມ່ນສຳນວນ. ຫມາກແອັບເປີ້ນຂອງດວງຕາຫມາຍເຖິງສ່ວນສີດຳມີ່ຢູ່ໃນລູກຕາເຊິ່ງເຮັດໃຫ້ຄົນສາມາດເບິ່ງເຫັນໄດ້. ນີ້ແມ່ນພາກສ່ວນທີ່ສຳຄັນແລະອ່ອນໂຍນຂອງຮ່າງກາຍ. ຫມາຍຄວາມວ່າຊາວອິດສະຣາເອນມີຄວາມສຳຄັນຫລາຍຕໍ່ພຣະເຈົ້າ ແລະບາງສິ່ງທີ່ພຣະອົງປົກປ້ອງ. ອາດແປໄດ້ອີກວ່າ: "ພຣະອົງໄດ້ປົກປ້ອງເຂົາເຫມືອນສິ່ງທີ່ມີຄຸນຄ່າ ແລະມີຄ່າຫລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-simile]])