lo_tn/deu/32/07.md

3.5 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າເຖິງບົດກະວີເພງທີ່ມ່ວນຊື່ນກັບຊາວອິດສະຣາເອນ.

ລະນຶກເຖິງ...ຈົ່ງຄິດເຖິງ...ບິດາຂອງພວກທ່ານ...ສະເເດງໃຫ້ພວກທ່ານເຫັນ...ພວກຜູ້ໃຫຍ່ທັງຫລາຍ...ຈະບອກພວກທ່ານ

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ພວກເຈົ້າ" ຢູ່ນີ້ອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຈົ່ງລະນຶກເຖິງ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ຈື່ຈຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ວັນທັງຫລາຍ

"ວັນເວລາທີ່ດົນນານມາແລ້ວ." ໂມເຊຫມາຍເຖິງຊ່ວງເວລາທີ່ບັນພະບູລຸດຂອງຊາວອິດສະຣາເອນຍັງມີຊີວິດຢູ່.

ຈົ່ງຄິດເຖິງປີທັງຫລາຍທີ່ຜ່ານມາຫລາຍຊົ່ວອາຍຸ

ນີ້ແມ່ນການກ່າວຊຳ້ໄປຊຳ້ຂອງສິ່ງທີ່ໂມເຊໄດ້ກ່າວໃນສ່ວນກ່ອນຫນ້ານີ້. ໂມເຊຕ້ອງການໃຫ້ປະຊາຊົນອິດສະຣາເອນເຫັນເຖິງປະຫວັດສາດຂອງພວກເຂົາໃນຖານະເປັນຊົນຊາດຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເຂົາຈະສະເເດງໃຫ້ພວກທ່ານເຫັນ

"ພຣະອົງຈະເຮັດໃຫ້ທ່ານແຈ່ມແຈ້ງ" ຫລື "ພຣະອົງຈະຊ່ວຍທ່ານໃຫ້ເຂົ້າໃຈ"

ໃຫ້ເປັນມໍຣະດົກພວກເຂົາ

ໃນນີ້ແມ່ນສຳນວນ. "ເອົາປະຊາຊາດໄວ້ໃນບ່ອນທີ່ເຂົາເຈົ້າຈະອາໄສຢູ່." ຄໍາເວົ້າທີ່ຄ້າຍຄືກັນນີ້, "ມອບໃຫ້ທ່ານເປັນມໍລະດົກ," ປາກົດຢູ່ໃນຂໍ້ 4: 21. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເເລະພຣະອົງໄດ້ຊົງຕັ້ງຂອບເຂດໃຫ້ກັບປະຊາຊົນເຫລົ່ານັ້ນ, ດັ່ງທີ່ພຣະອົງໄດ້ກຳນົດຈຳນວນບັນດາພະຂອງພວກເຂົານັ້ນ

ພຣະເຈົ້າໄດ້ມອບຫມາຍໃຫ້ແຕ່ລະກຸ່ມຄົນ, ຮ່ວມກັນກັບພະຂອງເຂົາ, ເຂົ້າໄປໃນດິນແດນຂອງຕົນເອງ. ໂດຍວິທີນີ້, ພຣະອົງຈຳກັດອິດທິພົນຂອງຮູບເຄົາລົບຂອງກຸ່ມຄົນເຫລົ່ານັ້ນ.