lo_tn/deu/32/05.md

3.6 KiB

ຂໍມູນທົ່ວໄປ:

ໂມເຊເວົ້າເຖິງບົດກະວີເພງທີ່ມ່ວນຊື່ນກັບຊາວອິດສະຣາເອນ. ໂມເຊຍັງສືບຕໍ່ໃຊ້ຄຳແບບຂະຫນານເພື່ອເນັ້ນເຖິງສິ່ງທີ່ລາວເວົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ໄດ້ເຮັດຢ່າງຊົ່ວເພື່ອຕໍ່ສູ້ກັບພຣະອົງ

"ຄັດຄ້ານພຣະອົງໂດຍການເຮັດສິ່ງທີ່ບໍ່ຖືກຕ້ອງ." ຄຳເວົ້າທີ່ຄ້າຍຄືກັນນີ້ປາກົດຢູ່ໃນ 4:15.

ເປັນຊົນຮຸ້ນທີ່ຫລົງຜິດເເລະບໍ່ຊື່ສັດ

ຄຳວ່າ "ຫລົງຜິດ" ແລະ "ຄົດລ້ຽວ" ໂດຍພື້ນຖານຄວາມຫມາຍຄືກັນ. ໂມເຊໃຊ້ພວກມັນເພື່ອເນັ້ນໃຫ້ເຫັນວ່າຄົນຮຸ້ນຫລັງຊົ່ວຮ້າຍຫລາຍປານໃດ. ອາດແປໄດ້ອີກວ່າ: "ຮຸ້ນຄົນຊົ່ວຮ້າຍທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ພວກທ່ານຕອບເເທນພຣະຢາເວດ້ວຍວິທີນີ້ບໍ...ຄົນທັງຫລາຍ?

ໂມເຊໃຊ້ຄຳຖາມເພື່ອຕໍ່ວ່າປະຊາຊົນ. ອາດແປໄດ້ອີກວ່າ: "ເຈົ້າຄວນຈະໃຫ້ການຍ້ອງຍໍສັນລະເສີນແກ່ພຣະຢາເວ...ຄົນທັງຫລາຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກທ່ານໂງ່ ເເລະບໍ່ມີສະຕິ

ຄຳເວົ້າທີ່ວ່າ "ໂງ່ຈ້າ" ແລະ "ເສຍສະຕິ" ຫມາຍເຖິງສິ່ງດຽວກັນ ແລະ ເນັ້ນໃຫ້ເຫັນວ່າຄົນໂງ່ຈ້າແບບໃດທີ່ບໍ່ເຊື່ອຟັງພຣະຢາເວ. ອາດແປໄດ້ອີກວ່າ: "ເຈົ້າເປັນຄົນໂງ່ທີ່ສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ພຣະບິດາຂອງພວກທ່ານ...ໄດ້ຊົງສ້າງພວກທ່ານ...ເເລະ ສະຖາປະນາພວກທ່ານ

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນຄົນຫນຶ່ງຄົນ, ສະນັ້ນຄຳວ່າ "ເຈົ້າ" ແລະ "ພວກເຈົ້າ" ຢູ່ນີ້ອ້າງເຖິງບຸກຄົນດຽວ.

ພຣະອົງຜູ້ທີ່ໄດ້ຊົງສ້າງພວກທ່ານ, ບໍ່ໄດ້ຊົງເປັນພຣະບິດາຂອງພວກເຈົ້າບໍ?

ໂມເຊໃຊ້ຄຳຖາມເພື່ອຕໍ່ວ່າປະຊາຊົນ. ຄຳຖາມແບບໂວຫານນີ້ສາມາດແປເປັນຄືຄຳເວົ້າໄດ້. ອາດແປໄດ້ອີກວ່າ: "ພຣະຢາເວແມ່ນບິດາຂອງທ່ານ ແລະເ ປັນຜູ້ສ້າງທ່ານ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)