lo_tn/deu/32/01.md

2.2 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າເຖິງບົດກະວີເພງທີ່ມ່ວນຊື່ນກັບຊາວອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຟັງເຖີດ, ພວກເຈົ້າທ້ອງຟ້າທັງຫລາຍ... ຂໍໃຫ້ເເຜ່ນດິນຈົ່ງຟັງ

ພຣະຢາເວເວົ້າກັບສະຫວັນ ແລະແຜ່ນດິນໂລກຄືກັບວ່າພວກເຂົາກຳລັງຟັງຢູ່. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະຢາເວກຳລັງເວົ້າກັບຊາວສະຫວັນ ແລະ ແຜ່ນດິນໂລກ ຫລື 2) ພຣະຢາເວກຳລັງເວົ້າກັບສະຫວັນ ແລະແຜ່ນດິນໂລກຄືກັບວ່າພວກເຂົາເປັນເຫມືອນບຸກຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-apostrophe)

ຂໍໃຫ້ຄຳສອນຂອງຂ້ານ້ອຍຢາດລົງຄືສາຍຝົນ...ເເລະ ເປັນຄືຫົດນຳ້ພືດພັນທັງປວງ

ໃນນີ້ຫມາຍຄວາມວ່າພຣະຢາເວຢາກໃຫ້ປະຊາຊົນຍອມຮັບເອົາຄຳສອນທີ່ເປັນປະໂຫຍດຂອງພຣະອົງຢ່າງກະຕືລືລົ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຍ້ອຍລົງ

ອາດໃຊ້ຄຳສັບໃນພາສາຂອງທ່ານສຳລັບອະທິບາຍວິທີການທີ່ນຳ້ຄ້າງປາກົດຂຶ້ນ.

ນຳ້ຄ້າງ

ນຳ້ທີ່ກໍ່ໂຕຢູ່ເທິງໃບໄມ້ ແລະ ຫຍ້າໃນຕອນເຊົ້າທີ່ອາກາດເຢັນໆ

ຕົ້ນຫຍ້າອ່ອນ

“ຫຍ້າຂຶ້ນໃຫມ່”

ຫົດນຳ້

ຝົນທີ່ຕົກຫນັກ