lo_tn/deu/31/27.md

4.8 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊສືບຕໍ່ກ່າວກັບພວກເລວີກ່ຽວກັບຊາວຍິດສະຣາເອນທຸກຄົນ.

ກະບົດຂອງພວກທ່ານເເລະເລື່ອງຄວາມດື້ດຶງຂອງພວກທ່ານ

ໂມເຊເວົ້າກັບພວກເລວີຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຄໍຂອງທ່ານ

ແປຂໍ້ນີ້ຕາມທີ່ໄດ້ແປໃນ “ຄວາມແຂງກະດ້າງ” ໃນ 9: 6.

ກວ່ານີ້ປານໃດເມື່ອຫລັງຈາກຂ້ານ້ອຍຕາຍໄປເເລ້ວ?

ຄຳຖາມແບບໂວຫານນີ້ເນັ້ນໃຫ້ເຫັນວ່າປະຊາຊົນດື້ດ້ານພຽງໃດ. ມັນສາມາດຖືກແປເປັນຄໍາເວົ້າ. ອາດແປໄດ້ອີກວ່າ: "ເຈົ້າຈະຍິ່ງກະບົດຫລາຍຂຶ້ນຫລັງຈາກຂ້ອຍຕາຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເພື່ອວ່າຂ້ານ້ອຍຈະເວົ້າຖ້ອຍຄຳເຫລົ່ານີ້ເຂົ້າໄປຫູຂອງພວກເຂົາ

ໃນນີ້ "ໃນຫູຂອງພວກເຂົາ" ຫມາຍຄວາມເຖິງປະຊາຊົນເອງ. ອາດແປໄດ້ອີກວ່າ: "ເພື່ອວ່າເຮົາຈະກ່າວຖ້ອຍຄຳຂອງບົດເພງນີ້ໃຫ້ພວກເຂົາຟັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເອີ້ນທ້ອງຟ້າ ເເລະເເຜ່ນດິນໂລກມາເປັນພະຍານຕໍ່ສູ້ພວກເຂົາ

ຄວາມຫມາຍທີ່ອາດເປັນໄປໄດ້ແມ່ນ 1) ໂມເຊກຳລັງຮຽກຮ້ອງທຸກຄົນທີ່ອາໄສຢູ່ໃນສະຫວັນ ແລະແຜ່ນດິນໂລກໃຫ້ເປັນພະຍານໃນສິ່ງທີ່ລາວເວົ້າຫລື 2) ໂມເຊກຳລັງເວົ້າກັບສະຫວັນ ແລະແຜ່ນດິນໂລກຄືກັບວ່າພວກເຂົາເປັນຄົນ, ແລະລາວກຳລັງເອີ້ນພວກເຂົາໃຫ້ເປັນພະຍານເຖິງສິ່ງທີ່ລາວ​ເວົ້າ. ປະໂຫຍກທີ່ຄ້າຍຄືກັນນີ້ປາກົດຢູ່ໃນ 30:19. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-personification]] ແລະ rc://*/ta/man/translate/figs-apostrophe)

ພວກທ່ານຈະເຮັດໃຫ້ຕົວເອງຊົ່ວຊ້າ

"ທ່ານຈະເຮັດໃນສິ່ງທີ່ຜິດພາດໄປຫມົດ." ຄຳເວົ້າທີ່ຄ້າຍຄືກັນນີ້ປາກົດຢູ່ໃນ 4:15.

ຫັນອອກຈາກວິທີທີ່ຂ້ານນ້ອຍໄດ້ບັນຊາພວກທ່ານ

"ຢຸດເຊົາຕາມຄຳແນະນຳທີ່ເຮົາໄດ້ໃຫ້ແກ່ເຈົ້າ." ຄຳເວົ້າທີ່ຄ້າຍຄືກັນນີ້ປາກົດຢູ່ໃນ 9:11.

ເພາະພວກທ່ານຈະເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ

ໃນນີ້ແມ່ນ "ສາຍພຣະເນດຂອງພຣະຢາເວ" ຫມາຍເຖິງວ່າ "ໃນຄວາມຄິດເຫັນຂອງພຣະຢາເວ." ອາດແປໄດ້ອີກວ່າ: "ເພາະວ່າທ່ານຈະເຮັດໃນສິ່ງທີ່ພຣະຢາເວກເຫັນວ່າຊົ່ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຜ່ານການງານເເຫ່ງນຳ້ມືຂອງພວກທ່ານ

ໃນນີ້ "ມືຂອງທ່ານ" ຫມາຍເຖິງຜູ້ຄົນເຂົາເອງ. ອາດແປໄດ້ອີກວ່າ: "ຍ້ອນສິ່ງທີ່ເຈົ້າສ້າງຂຶ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)