lo_tn/deu/31/17.md

3.8 KiB

ຂໍ້​ມູນ​ທົ່ວ​ໄປ:

ພຣະຢາເວຍັງເວົ້າຕໍ່ໂມເຊຕໍ່ໄປ.

ພຣະພິໂຣດຂອງເຮົາກໍພຸ່ງຂຶ້ນທຳລາຍພວກເຂົາ

ພຣະຢາເວປຽບທຽບຄວາມໂກດແຄ້ນຂອງພຣະອົງກັບຄົນທີ່ເລີ່ມກໍ່ໄຟ. ສິ່ງນີ້ເນັ້ນໃຫ້ເຫັນເຖິງອຳນາດຂອງພຣະເຈົ້າທີ່ຈະທຳລາຍສິ່ງໃດກໍ່ຕາມທີ່ເຮັດໃຫ້ພຣະອົງໂກດແຄ້ນ. ສາມາດຖືກລະບຸໄວ້ໃນຮູບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເຮົາຈະສະແດງຄວາມໂກດແຄ້ນຕໍ່ພວກເຂົາ" ຫລື "ເຮົາຈະໃຈຮ້າຍໃຫ້ພວກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ເຮົາຈະເຊື່ອງຫນ້າຈາກພວກເຂົາ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ເຮົາຈະບໍ່ຊ່ວຍພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຂົາຈະຖືກກືນກິນ

ໃນນີ້ສາມາດຖືກລະບຸໄວ້ໃນຮູບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເຮົາຈະກືນກິນພວກເຂົາ" ຫລື "ເຮົາຈະປ່ອຍໃຫ້ສັດຕູຂອງພວກເຂົາມາກືນກິນພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ກືນກິນ

ນີ້ແມ່ນຄຳປຽບທຽບເຖິງວ່າ "ຖືກທຳລາຍຈົນຫມົດສິ້ນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາຈະພົບເເຕ່ຄວາມພິນາດເເລະວິບັດຕ່າງໆ

ໃນນີ້ອະທິບາຍເຖິງໄພພິບັດ ແລະ ບັນຫາຄືກັບວ່າພວກມັນເປັນມະນຸດ. ອາດແປໄດ້ອີກວ່າ: "ພວກເຂົາຈະປະສົບກັບໄພພິບັດ ແລະ ບັນຫາຫລາຍຢ່າງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຄວາມພິນາດເຫລົ່ານີ້ບໍ່ໄດ້ມາເຫນືອພວກເຮົາ...ຢູ່ທ່າມກາງ?

ໃນນີ້ອະທິບາຍເຖິງໄພພິບັດ ແລະ ບັນຫາຄືກັບວ່າພວກມັນເປັນມະນຸດ. ຄຳຖາມແບບໂວຫານນີ້ສາມາດແປເປັນເຫມືອນຄຳເວົ້າໄດ້. ອາດແປໄດ້ອີກວ່າ: "ໄພພິບັດເຫລົ່ານີ້ກໍາລັງທໍາລາຍຂ້ອຍ ... ທ່າມກາງ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-rquestion]])

ພຣະເຈົ້າຂອງພວກເຮົາ,ໄດ້ຊົງຢູ່ທ່າມກາງພວກເຮົາ

"ພຣະເຈົ້າບໍ່ໄດ້ປົກປ້ອງພວກເຮົາອີກຕໍ່ໄປ" ຫລື "ພຣະເຈົ້າໄດ້ປ່ອຍພວກເຮົາໄວ້ດຽວດາຍ"