lo_tn/deu/31/04.md

2.5 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊສືບຕໍ່ກ່າວກັບຊາວອິດສະຣາເອນ.

ທີ່ໄດ້ຊົງເຮັດຕໍ່ສີໂຫນ ເເລະຕໍ່ໂອກ, ພວກກະສັດຂອງຄົນອາໂມຣິດ

ທີ່ນີ້ "ສິໂຫນ" ແລະ "ໂອກ" ຫມາຍເຖິງກະສັດທັງສອງແຫ່ງຂອງຄົນອາໂມຣິດ ແລະກອງທັບຂອງພວກເຂົາ. ແປຊື່ເຫລົ່ານີ້ຄືໃນ 1: 3. ອາດແປໄດ້ອີກວ່າ: "ລາວໄດ້ເຮັດກັບສີໂຫນ ແລະໂອກ, ກະສັດຂອງຄົນອາໂມຣິດ ແລະ ກັບກອງທັບຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຈົ່ງເຂັ້ມເເຂງເເລະມີຄວາມກ້າຫານ

"ຈົ່ງເຂັ້ມແຂງແລະກ້າຫານ"

ຈົ່ງຢ່າຢ້ານກົວຕໍ່ພວກເຂົາ

"ຢ່າຢ້ານພວກເຂົາເລີຍ"

ພຣະຢາເວພຣະເຈົ້າຂອງພວກທ່ານ, ພຣະອົງຄືຜູ້ທີ່ໄປກັບພວກທ່ານ ເເລະບໍ່ເຮັດໃຫພວກທ່ານຜິດຫວັງຫລືຊົງຖິ້ມພວກທ່ານ

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ບໍ່ເຮັດໃຫ້ພວກທ່ານຜິດຫວັງຫລືຊົງປະຖິ້ມພວກທ່ານ

ໃນນີ້ຖືວ່າເປັນຄຳເວົ້າທີ່ສັບຊ້ອນ ແລະ ແປໄດ້ໃນທາງບວກ. ອາດແປໄດ້ອີກວ່າ: "ພຣະອົງຈະເຮັດຕາມຄຳສັນຍາຂອງພຣະອົງສະເຫມີ ແລະຈະຢູ່ກັບທ່ານສະເຫມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)