lo_tn/deu/30/15.md

1.7 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ທ່ານ" ແລະ "ຂອງພວກທ່ານ" ນີ້ອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຂ້ານ້ອຍໄດ້ວາງໄວ້ຕໍ່ຫນ້າຂອງພວກທ່ານ

ການວາງບາງສິ່ງບາງຢ່າງໄວ້ທີ່ຄົນອື່ນສາມາດເບິ່ງເຫັນແມ່ນການປຽບທຽບສຳລັບບອກຄົນອື່ນກ່ຽວກັບບາງຢ່າງ. ອາດແປໄດ້ອີກວ່າ: "ຂ້ອຍໄດ້ບອກເຈົ້າກ່ຽວກັບ" (ເບິ່ງເພີ່ມເຕີມ: ຕົວຢ່າງປຽບທຽບ)

ຄືຊີວິດກັບສິ່ງດີ, ກັບຄວາມຕາຍເເລະສິ່ງຊົ່ວຮ້າຍ

ທ່ານສາມາດເຮັດໃຫ້ຂໍ້ມູນຄົບຖ້ວນຂຶ້ນໄດ້. ອາດແປໄດ້ອີກວ່າ: "ສິ່ງທີ່ດີ ແລະ ຈະເຮັດໃຫ້ເຈົ້າມີຊີວິດຢູ່, ແລະ ສິ່ງທີ່ຊົ່ວຮ້າຍແລະຈະພາໃຫ້ເຈົ້າຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ແລະທະວີຄູນ

"ແລະມີລູກຫລານຫລາຍ"