lo_tn/deu/30/06.md

2.9 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ທ່ານ" ແລະ "ຂອງພວກທ່ານ" ນີ້ອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ມີໃຈເຊື່ອຟັງ

ໃນນີ້ບໍ່ແມ່ນການກຳຈັດເນື້ອຫນັງແທ້ໆ. ມັນຫມາຍຄວາມວ່າພຣະເຈົ້າຈະກຳຈັດບາບຂອງພວກເຂົາ ແລະຊ່ວຍໃຫ້ພວກເຂົາຮັກ ແລະເຊື່ອຟັງພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດ້ວຍສິ້ນສຸດໃຈ,ເເລະດ້ວຍສິ້ນສຸດຈິດຂອງພວກທ່ານ

ສຳນວນ "ທັງຫມົດ ... ຫົວໃຈ" ຫມາຍຄວາມວ່າ "ທັງຫມົດທັງມວນ" ແລະ "ທັງຫມົດ ... ດວງຈິດ" ຫມາຍຄວາມວ່າ "ກັບທຸກໆຢ່າງທີ່ທ່ານເປັນ." ສອງປະໂຫຍກນີ້ມີຄວາມຫມາຍຄ້າຍຄືກັນ. ອາດແປໄດ້ອີກວ່າ: "ດ້ວຍທັງຫມົດທີ່ເຈົ້າເປັນ" ຫລື "ດ້ວຍກຳລັງທັງຫມົດຂອງເຈົ້າ." ແປຄຳເຫລົ່ານີ້ຄືໃນ 4:29. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-doublet]])

ເຊື່ອຟັງສຽງຂອງພຣະຢາເວ

ໃນນີ້ "ສຽງ" ຫມາຍຄວາມວ່າສິ່ງທີ່ພຣະຢາເວກ່າວ. ອາດແປໄດ້ອີກວ່າ: "ເຊື່ອຟັງສິ່ງທີ່ພຣະຢາເວກ່າວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈະເອົາຄຳສາບແຊ່ງທັງຫມົດເຫລົ່ານີ້ໃສ່ເຫນືອສັດຕຣູຂອງພວກທ່ານ

ໂມເຊເວົ້າກ່ຽວກັບຄຳສາບແຊ່ງຄືກັບວ່າມັນເປັນສິ່ງຂອງຫນັກ ຫລືຝາຄວບງຳທີ່ວາງເທິງຜູ້ໃດຜູ້ຫນຶ່ງ. ອາດແປໄດ້ອີກວ່າ: "ຈະເຮັດໃຫ້ສັດຕູຂອງທ່ານປະສົບກັບຄຳສາບແຊ່ງເຫລົ່ານີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)