lo_tn/deu/30/01.md

4.4 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ທ່ານ" ແລະ "ຂອງພວກທ່ານ" ນີ້ອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ເມື່ອສິ່ງທັງປວງເຫລົ່ານີ້ໄດ້ມາເຫນືອພວກທ່ານ

ໃນນີ້ “ສິ່ງເຫລົ່ານີ້” ຫມາຍເຖິງພຣະພອນ ແລະ ຄຳສາບແຊ່ງທີ່ໄດ້ອະທິບາຍໄວ້ໃນບົດ 28-29. ປະໂຫຍກທີ່ວ່າ "ໄດ້ມາເຖິງທ່ານ" ແມ່ນຄຳເວົ້າທີ່ຫມາຍຄວາມວ່າຈະເກີດຂຶ້ນ. ອາດແປໄດ້ອີກວ່າ: "ເມື່ອສິ່ງເຫລົ່ານີ້ເກີດຂື້ນກັບເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ທີ່ຂ້ານ້ອຍໄດ້ຕັ້ງເອົາໄວ້ຕໍ່ຫນ້າພວກທ່ານ

ສິ່ງນີ້ເວົ້າເຖິງພຣະພອນ ແລະຄຳສາບແຊ່ງທີ່ໂມເຊໄດ້ບອກປະຊາຊົນຄືກັບວ່າພວກເຂົາເປັນສິ່ງຂອງທີ່ພຣະອົງຕັ້ງໄວ້ຕໍ່ຫນ້າພວກເຂົາ. ອາດແປໄດ້ອີກວ່າ: "ທີ່ຂ້ອຍຫາກໍ່ບອກເຈົ້າກ່ຽວກັບເລື່ອງນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກທ່ານລະນຶກເຖິງສິ່ງເຫລົ່ານີ້

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ຈື່ຈຳເຖິງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໃນທ່າມກາງຊົນຊາດອື່ນໆທັງຫມົດ

"ໃນຂະນະທີ່ທ່ານກຳລັງອາໃສຢູ່ໃນຊົນຊາດອື່ນໆ"

ໄດ້ຊົງຂັບໄລ່ພວກທ່ານໄປນັ້ນ

"ໄດ້ບັງຄັບໃຫ້ເຈົ້າໄປ"

ເຊື່ອຟັງສຽງຂອງພຣະອົງ

ໃນນີ້ "ສຽງ" ແມ່ນອ້າງເຖິງສິ່ງທີ່ພຣະຢາເວກ່າວ. ອາດແປໄດ້ອີກວ່າ: "ເຊື່ອຟັງສິ່ງທີ່ພຣະອົງກ່າວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ດ້ວຍສຸດຈິດສຸດໃຈຂອງພວກທ່ານ, ເເລະ ດ້ວຍສິ້ນສຸດຈິດຂອງພວກທ່ານ

ສຳນວນ "ທັງຫມົດ ... ຫົວໃຈ" ຫມາຍຄວາມວ່າ "ທັງຫມົດທັງມວນ" ແລະ "ທັງຫມົດ ... ດວງຈິດ" ຫມາຍຄວາມວ່າ "ກັບທຸກໆຢ່າງທີ່ທ່ານເປັນ." ສອງປະໂຫຍກນີ້ມີຄວາມຫມາຍຄ້າຍຄືກັນ. ອາດແປໄດ້ອີກວ່າ: "ດ້ວຍທັງຫມົດທີ່ເຈົ້າເປັນ" ຫລື "ດ້ວຍກຳລັງທັງຫມົດຂອງເຈົ້າ." ແປຄຳເຫລົ່ານີ້ຄືໃນ 4:29. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-doublet]])

ກັບມາຈາກການເປັນຊະເລີຍ

"ປ່ອຍທ່ານອອກຈາກການເປັນຊະເລີຍ." ຄຳນາມທີ່ເປັນນາມມະທຳ "ການເປັນຊະເລີຍ" ສາມາດຖືກແປເປັນຂໍ້ອ້າງອີງ. ອາດແປໄດ້ອີກວ່າ: "ປົດປ່ອຍທ່ານຈາກຜູ້ທີ່ໄດ້ຈັບທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)