lo_tn/deu/29/27.md

3.3 KiB

ພຣະພິໂຣດຂອງພຣະຢາເວພຣະເຈົ້າຂອງພວກທ່ານຈຶ່ງພຸ່ງຂຶ້ນໂຈມຕີດິນເເດນນີ້

ໂມເຊໄດ້ປຽບທຽບພຣະຢາເວທີ່ໃຈຮ້າຍໃຫ້ຜູ້ໃດຜູ້ຫນຶ່ງກຳລັງເລີ່ມກໍ່ໄຟ. ສິ່ງນີ້ເນັ້ນເຖິງອຳນາດຂອງພຣະເຈົ້າທີ່ຈະທຳລາຍສິ່ງໃດກໍ່ຕາມທີ່ເຮັດໃຫ້ພຣະອົງໂກດແຄ້ນ, ແລະມັນສາມາດລະບຸໄດ້ໃນຮູບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ໂກດແຄ້ນກັບແຜ່ນດິນນີ້ຫລາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ດິນເເດນນີ້, ເພື່ອນຳຄຳສາບເເຊ່ງທັງຫມົດ

ໃນນີ້ "ດິນແດນ" ແມ່ນຄຳອະທິບາຍທີ່ເປັນຕົວແທນໃຫ້ແກ່ປະຊາຊົນ. ອາດແປໄດ້ອີກວ່າ: "ປະຊາຊົນໃນແຜ່ນດິນນີ້, ເພື່ອຈະ ນຳພວກເຂົາໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ທີ່ໄດ້ຂຽນໄວ້

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ທີ່ຂ້ອຍໄດ້ຂຽນໄວ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພຣະຢາເວໄດ້ຖອນຮາກຂອງເຂົາອອກຈາກດິນເເດນຂອງພວກເຂົາ,...ເເລະເຮັດໃຫ້ເຂົາໄປ

ອິດສະຣາເອນຖືກປຽບທຽບກັບຕົ້ນໄມ້ຕາຍເຊິ່ງພຣະຢາເວໄດ້ດຶງ ແລະໂຍນອອກຈາກສວນ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ຍົກຍ້າຍພວກເຂົາອອກຈາກແຜ່ນດິນຂອງພວກເຂົາ ... ແລະໄດ້ບັງຄັບໃຫ້ພວກເຂົາຕ້ອງໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດ້ວຍຄວາມໂກດແຄ້ນ, ດ້ວຍຄວາມຢາກຮ້າຍ, ດ້ວຍໃຈຮ້າຍ

ຄຳເວົ້າທີ່ວ່າ "ຄວາມໂກດແຄ້ນ," "ຄວາມຢາກຮ້າຍ," ແລະ "ໃຈຮ້າຍ" ໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະ ເນັ້ນໃຫ້ເຫັນເຖິງຄວາມຮຸນແຮງຂອງຄວາມໂກດແຄ້ນຂອງພຣະຢາເວ. ອາດແປໄດ້ອີກວ່າ: "ດ້ວຍຄວາມໂກດແຄ້ນທີ່ສຸດ" ຫລື "ຍ້ອນວ່າພຣະອົງໃຈຮ້າຍທີ່ສຸດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)