lo_tn/deu/29/17.md

4.1 KiB

ໃຈຂອງເຂົາໄດ້ຫັນໄປຈາກພຣະຢາເວ ພຣະເຈົ້າຂອງເຮົາ

ໃນນີ້ “ຫົວໃຈ” ຫມາຍເຖິງຄົນທັງຫມົດ, ແລະການ“ ຫັນຫນີໄປ” ຫມາຍເຖິງການຢຸດເຊື່ອຟັງ. ອາດແປໄດ້ອີກວ່າ: "ຜູ້ທີ່ບໍ່ເຊື່ອຟັງພຣະຢາເວຂອງພວກເຮົາອີກຕໍ່ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຮາກທີ່ມີຄວາມຂົມຂື່ນເເລະເປັນທຸກ

ໂມເຊເວົ້າເຖິງຜູ້ໃດຜູ້ຫນຶ່ງທີ່ນະມັດສະການພຣະເຈົ້າອົງອື່ນຢ່າງລັບໆຄືກັບວ່າລາວມີຮາກ, ແລະ ການກະທຳທີ່ຊົ່ວຮ້າຍທີ່ລາວເຮັດເພື່ອຮັບໃຊ້ພະນັ້ນ, ແລະ ສິ່ງທີ່ລາວສົ່ງເສີມໃຫ້ຄົນອື່ນເຮັດ, ຄືກັບຕົ້ນໄມ້ທີ່ຂົມຂື່ນທີ່ເປັນພິດຕໍ່ຜູ້ຄົນ. ອາດແປໄດ້ອີກວ່າ: "ຜູ້ໃດທີ່ບູຊາຮູບປັ້ນ ແລະເຮັດໃຫ້ຄົນອື່ນບໍ່ເຊື່ອຟັງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນເຫລົ່ານັ້ນ

ບຸກຄົນທີ່ໄດ້ອະທິບາຍໃນຂໍ້ 18.

ອວຍພອນຕົວເອງໃນໃຈ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ຊົມເຊີຍຕົນເອງ" ຫລື "ຫນູນໃຈຕົວເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເຖິງເເມ່ນວ່າຂ້ານ້ອຍມີຄວາມດື້ ທີ່ຢູ່ໃນໃຈຂອງຂ້ານ້ອຍ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ເຖິງແມ່ນວ່າຂ້ອຍຍັງປະຕິເສດທີ່ຈະເຊື່ອຟັງພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ສິ່ງນີ້ຈະທຳລາຍທັງສິ່ງທີ່ປຽກເເລະເເຫ້ງໄປພ້ອມໆ ກັນ

ໃນນີ້ຄຳວ່າ "ປຽກ" ແລະ "ແຫ້ງ" ແມ່ນຄຳປຽບທຽບສຳລັບຄົນຊອບທຳ ແລະ ຄົນຊົ່ວ. ໃນນີ້ປະກອບເປັນຄຳເວົ້າທີ່ຕັດກັນສໍາລັບ "ທຸກຄົນ." ອາດແປໄດ້ອີກວ່າ: "ສິ່ງນີ້ຈະເຮັດໃຫ້ພຣະຢາເວທຳລາຍທັງຄົນຊອບທຳ ແລະ ຄົນຊົ່ວໃນແຜ່ນດິນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-merism]])

ປຽກ...ເເຫ້ງ

ຄຳຄຸນນາມເຫລົ່ານີ້ສາມາດຖືກແປເປັນຄຳນາມ. ຍ້ອນວ່າທີ່ດິນປົກກະຕິແມ່ນແຫ້ງແລ້ງ ແລະປະຊາຊົນຕ້ອງການຝົນເພື່ອໃຫ້ຜົນລະປູກຂອງພວກເຂົາເຕີບໃຫຍ່, ຄຳເວົ້າເຫລົ່ານີ້ແມ່ນຄຳປຽບທຽບສຳລັບ "ມີຊີວິດ ... ຕາຍ" ຫລື "ດີ ... ບໍ່ດີ". ອາດແປໄດ້ອີກວ່າ: "ສິ່ງທີ່ປຽກ ... ສິ່ງທີ່ແຫ້ງ" ຫລື "ຄົນດີ ... ຄົນບໍ່ດີ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-nominaladj]] ແລະ [[rc:///ta/man/translate/figs-metaphor]])