lo_tn/deu/29/02.md

3.6 KiB

ພວກທ່ານໄດ້ເຫັນສິ່ງທີ່ພຣະຢາເວຊົງເຮັດຕໍ່ຫນ້າຕໍ່ຕາຂອງພວກທ່ານ

ໃນທີ່ນີ້ “ຕາ” ເນັ້ນຫນັກວ່າພຣະຢາເວຄາດຫວັງໃຫ້ພວກເຂົາຈື່ຈຳໄດ້ວ່າພວກເຂົາໄດ້ເຫັນມັນແລ້ວ. ອາດແປໄດ້ອີກວ່າ: "ເຈົ້າໄດ້ເຫັນທຸກສິ່ງທີ່ພຣະຢາເວໄດ້ເຮັດເພື່ອເຈົ້າຈະໄດ້ເຫັນ ແລະຈື່ຈຳສິ່ງທີ່ພຣະອົງໄດ້ເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຄືການທົນທຸກຢ່າງຍິ່ງໃຫຍ່,ທີ່ດວງຕາຂອງເຂົາໄດ້ເຫັນ

ໃນນີ້ “ຕາ” ເນັ້ນຫນັກວ່າພຣະຢາເວຄາດຫວັງໃຫ້ພວກເຂົາຈື່ໄດ້ວ່າພວກເຂົາໄດ້ເຫັນມັນແລ້ວ. ອາດແປໄດ້ອີກວ່າ: "ທ່ານໄດ້ເຫັນດ້ວຍຕົວທ່ານເອງວ່າປະຊາຊົນໄດ້ຮັບຄວາມເດືອດຮ້ອນຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຕາຂອງພວກທ່ານ

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ຂອງພວກທ່ານ" ນີ້ອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຫມາຍສຳຄັນຕ່າງໆ,ເເລະການອັດສະຈັນຍິ່ງໃຫຍ່

ຄຳວ່າ “ຫມາຍສຳຄັນ” ແລະ “ສິ່ງອັດສະຈັນ” ທັງສອງຄຳຫມາຍເຖິງໄພພິບັດທີ່ພຣະຢາເວໄດ້ສົ່ງມາສູ່ເອຢີບ. ອາດແປໄດ້ອີກວ່າ: "ແລະທຸກໆສິ່ງທີ່ພິເສດທີ່ພຣະຢາເວໄດ້ເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ພຣະຢາເວໄດ້ປະທານໃຈທີ່ຮູ້ດວງຕາທີີ່ເບິ່ງເຫັນ, ຫູທີ່ຈະໄດ້ຍິນ, ໃຫ້ເເກ່ພວກທ່ານ

ຜູ້ຄົນມີຫົວໃຈ, ຕາ, ແລະ ຫູ. ຄຳເວົ້າປຽບທຽບນີ້ເວົ້າໄດ້ວ່າພຣະຢາເວບໍ່ໄດ້ເຮັດໃຫ້ພວກເຂົາເຂົ້າໃຈຈາກສິ່ງທີ່ພວກເຂົາໄດ້ເຫັນ ແລະໄດ້ຍິນວ່າພຣະຢາເວແມ່ນໃຜ, ແລະ ດ້ວຍເຫດໃດ ແລະເປັນຫຍັງພວກເຂົາຄວນເຊື່ອຟັງພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໄດ້ປະທານໃຈທີ່ຮູ້

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ຊ່ວຍໃຫ້ທ່ານເຂົ້າໃຈ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)