lo_tn/deu/28/49.md

3.0 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຈາກເເດນໄກ, ຈາກສຸດປາຍເເຜ່ນດິນໂລກ

ປະໂຫຍກສອງຢ່າງນີ້ມີຄວາມຫມາຍດຽວກັນ ແລະເນັ້ນຫນັກວ່າສັດຕູຈະມາຈາກຊົນຊາດໃດຫນຶ່ງທີ່ຫ່າງໄກຈາກອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຈາກສຸດປາຍເເຜ່ນດິນໂລກ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ຈາກສະຖານທີ່ທີ່ທ່ານບໍ່ຮູ້ຫຍັງເລີຍ" ( rc://*/ta/man/translate/figs-idiom)

ເຫມືອນົກອິນຊີໂຕຫນຶ່ງທີ່ບິນຕົງມາຫາເຫຍື່ອຂອງມັນ

ໃນນີ້ຫມາຍຄວາມວ່າສັດຕູຈະເຂົ້າມາຢ່າງກະທັນຫັນ ແລະຊາວອິດສະຣາເອນຈະບໍ່ສາມາດຢຸດຢັ້ງພວກເຂົາໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ຊົນຊາດຫນຶ່ງທີ່ມີໃບຫນ້າໂຫດທີ່ເຄົາລົບຄົນມີອາຍຸເເລະບໍ່ຖືກກັບຄົນຫມຸ່ມ

ຄຳວ່າ "ຊົນຊາດ" ແມ່ນຄຳເວົ້າທີ່ມີຄວາມຫມາຍສຳລັບຄົນໃນຊາດນັ້ນໆ. ອາດແປໄດ້ອີກວ່າ: “ຊົນຊາດທີ່ປະຊາຊົນມີການສະແດງຄວາມຮຸນແຮງ, ບໍ່ເຄົາລົບຜູ້ອະວຸໂສ ແລະບໍ່ສະແດງຄວາມເອື້ອເຟື້ອເພື່ອແພ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈົນກວ່າພວກທ່ານຈະຖືກທຳລາຍ

ໃນນີ້ສາມາດຖືກລະບຸໄວ້ໃນຮູບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຈົນກວ່າພວກເຂົາຈະທຳລາຍທ່ານ" ຫລື "ຈົນກວ່າພວກເຂົາຈະປ່ອຍທ່ານໄວ້ໂດຍບໍ່ມີຫຍັງເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)