lo_tn/deu/28/45.md

2.7 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຄຳສາບເເຊ່ງທັງຫມົດເຫລົ່ານີ້ຈະມາເຫນືອພວກທ່ານ ເເລະຈະຕາມທັນພວກທ່ານຈົນກວ່າພວກທ່ານຈະຖືກທຳລາຍ

ໂມເຊໄດ້ອະທິບາຍຄຳສາບແຊ່ງວ່າເປັນບຸກຄົນທີ່ຈະໂຈມຕີພວກເຂົາແບບປະຫລາດໃຈ ຫລືໄລ່ຈັບແລະຈັບພວກເຂົາ. ເບິ່ງວິທີທີ່ແປບາງສິ່ງທີ່ຄ້າຍຄືກັນນີ້ໃນ 28: 1. ອາດແປໄດ້ອີກວ່າ: "ພຣະຢາເວຈະສາບແຊ່ງທ່ານເຊັ່ນນີ້ໃນວິທີຕ່າງໆທີ່ຈະເຮັດໃຫ້ທ່ານປະຫລາດໃຈ, ແລະ ຈະເປັນຄືກັບວ່າພຣະອົງກຳລັງໄລ່ຕາມທ່ານແລະທ່ານບໍ່ສາມາດຫນີລອດໄດ້ຖ້າພຣະອົງສາບແຊ່ງທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-personification]])

ສຽງພຣະຢາເວພຣະເຈົ້າຂອງພວກທ່ານ

ໃນນີ້ຄຳທີ່ວ່າ "ພຣະສຸລະສຽງຂອງພຣະຢາເວ" ແມ່ນຄຳປຽບທຽບສິ່ງທີ່ພຣະຢາເວກ່າວ. ອາດແປໄດ້ອີກວ່າ: "ໃນສິ່ງທີ່ພຣະຢາເວພຣະເຈົ້າຂອງເຈົ້າໄດ້ກ່າວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ບັນຍັດຕ່າງໆ ຂອງພຣະອົງເເລະກົດຂໍ້ບັງຄັບຕ່າງໆຂອງພຣະອົງ

ຄຳວ່າ "ບັນຍັດ" ແລະ "ກົດລະບຽບ" ແມ່ນຄຳສອງຄຳຄູ່ສຳລັບ "ທຸກສິ່ງທີ່ພຣະຢາເວໄດ້ສັ່ງໃຫ້ທ່ານເຮັດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)