lo_tn/deu/28/23.md

2.0 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ທ້ອງຟ້າ...ຈະເປັນທອງສຳຣິດ

ໂມເຊກ່າວເຖິງວ່າທ້ອງຟ້າ ຄືກັບທອງເຫລືອງເພາະຈະບໍ່ມີຝົນຕົກເລີຍ. ອາດແປໄດ້ອີກວ່າ: "ທ້ອງຟ້າ ... ຈະບໍ່ໃຫ້ຝົນຕົກເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແຜ່ນດິນ...ຈະເປັນເຫລັກ

ໂມເຊກ່າວເຖິງແຜ່ນດິນໂລກເປັນຄືກັບເຫລັກເພາະວ່າຈະບໍ່ມີຜົນລະປູກຫຍັງ. ອາດແປໄດ້ອີກວ່າ: "ບໍ່ມີຫຍັງຈະເຕີບໃຫຍ່ມາຈາກພື້ນດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະຢາເວຈະຊົງເຮັດໃຫ້ຝົນຂອງເເຜ່ນດິນພວກທ່ານເປັນຜົງຝຸ່ນລະອອງ

"ແທນທີ່ຈະມີຝົນ, ພຣະຢາເວຈະສົ່ງລົມພາຍຸ"

ຈົນກວ່າພວກທ່ານຈະຖືກທຳລາຍ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຈົນກວ່າມັນຈະທຳລາຍທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)