lo_tn/deu/28/22.md

1.8 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ດ້ວຍໂຣກຕິດເຊື້ອ ດ້ວຍການເປັນໄຂ້, ດ້ວຍການອັກເສບ

"ພະຍາດຕ່າງໆ ແລະ ໄຂ້ທີ່ຈະເຮັດໃຫ້ທ່ານອ່ອນແອລົງ." ທັງຫມົດນີ້ຫມາຍເຖິງພະຍາດຕ່າງໆທີ່ເຮັດໃຫ້ຄົນເຮົາອ່ອນເພຍ ແລະຕາຍ.

ດ້ວຍໄພເເລ້ງ

“ດ້ວຍການຂາດນຳ້ຝົນ”

ເຊື້ອຣາ

ເຊື້ອຣາທີ່ເຕີບໂຕໃນພືດ ແລະເຮັດໃຫ້ມັນເຫນົ່າເປື່ອຍ

ສິ່ງເຫລົ່ານີ້ຈະຕາມທັນພວກທ່ານ

ໂມເຊເວົ້າເຖິງສິ່ງບໍ່ດີທີ່ຈະເກີດຂື້ນກັບຊາວອິດສະຣາເອນຄືກັບວ່າພວກສິ່ງເຫລົ່ານັ້ນເປັນຄົນຫລື ສັດທີ່ໄລ່ຕາມຊາວອິດສະຣາເອນ. ອາດແປໄດ້ອີກວ່າ: "ເຈົ້າຈະທົນທຸກຈາກພວກມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)