lo_tn/deu/28/18.md

2.6 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຂໍ້ມູນທົ່ວໄປ:

ປະໂຫຍກເຫລົ່ານີ້ປາກົດຢູ່ໃນບົດກ່ອນຫນ້ານີ້. ເບິ່ງວິທີທີ່ໄດ້ແປຫລາຍໆຄຳເຫລົ່ານີ້ໃນ 28: 3 ແລະ 28: 5.

ຈະຖືກເເຊ່ງສາບ

ໃນນີ້ສາມາດຖືກລະບຸໄວ້ໃນຮູບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະສາບແຊ່ງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຜົນຈາກຮ່າງກາຍຂອງພວກທ່ານຈະຖືກເເຊ່ງສາບ, ຜົນຈາກເເຜ່ນດິນຂອງພວກທ່ານ

ນີ້ແມ່ນສຳນວນສໍາລັບ "ລູກຫລານຂອງທ່ານ, ພືດຜົນຂອງທ່ານ." ແປຄືໃນ 28: 3. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຝູງສັດທີ່ເພີ່ມພູນຂອງພວກທ່ານ, ເເລະລູກອ່ອນຂອງຝູງສັດຂອງທ່ານນັ້ນ

ຄຳທັງສອງນີ້ແມ່ນສອງວິທີທີ່ເວົ້າວ່າພຣະຢາເວຈະເຮັດໃຫ້ສັດລ້ຽງຂອງຊາວອິດສະຣາເອນມີຫລາຍ ແລະ ແຂງແຮງຢ່າງໃດ. ອາດແປໄດ້ອີກວ່າ: "ລູກງົວແລະ ລູກແກະຂອງຝູງສັດລ້ຽງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ເມື່ອພວກທ່ານເຂົ້າມາ...ເມື່ອພວກທ່ານອອກໄປ

ສອງຄຳທີ່ຕັດກັນນີ້ຫມາຍເຖິງທຸກໆກິດຈະກຳຂອງຊີວິດທຸກໆບ່ອນທີ່ພວກເຂົາໄປ. ແປຄືໃນ 28: 5 (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)