lo_tn/deu/28/16.md

2.2 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຂໍ້ມູນທົ່ວໄປ:

ປະໂຫຍກເຫລົ່ານີ້ປາກົດຢູ່ໃນບົດກ່ອນຫນ້ານີ້. ເບິ່ງວິທີທີ່ໄດ້ແປຫລາຍໆຄຳເຫລົ່ານີ້ໃນ 28: 3 ແລະ 28: 5.

ຄຳສາບແຊ່ງຈະຕາມທັນພວກທ່ານ

ໃນນີ້ສາມາດຖືກລະບຸໄວ້ໃນຮູບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະສາບແຊ່ງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຢູ່ໃນເມືອງ...ຢູ່ໃນທົ່ງນາ

ຄຳທີ່ຕັດກັນນີ້ຫມາຍຄວາມວ່າພຣະຢາເວຈະອວຍພອນພວກເຂົາຢູ່ທົ່ວທຸກແຫ່ງ. ແປປະໂຫຍກນີ້ຄືໃນ 28: 3. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)

ພືດຜົນເເລະອາຫານການກິນ

ຊາວອິດສະຣາເອນໃຊ້ກະຕ່າເກັບເມັດພືດ. “ ຮາງນວດແປ້ງ” ແມ່ນໂຖທີ່ພວກເຂົາໃຊ້ເພື່ອປະສົມເມັດເຂົ້າ ແລະ ເຮັດເຂົ້າຈີ່. ແປຕາມທີ່ໄດ້ເຮັດໃນ 28: 5. ອາດແປໄດ້ອີກວ່າ: "ອາຫານທັງຫມົດທີ່ເຈົ້າປູກແລະ ອາຫານທຸກຢ່າງທີ່ເຈົ້າກິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)