lo_tn/deu/28/15.md

2.4 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນຄົນຫນຶ່ງຄົນ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ແຕ່ຖ້າ

ໃນນີ້, ໂມເຊເລີ່ມຕົ້ນອະທິບາຍເຖິງຄຳສາບແຊ່ງທີ່ປະຊາຊົນຈະໄດ້ຮັບຖ້າພວກເຂົາບໍ່ເຊື່ອຟັງ.

ສຽງຂອງພຣະຢາເວພຣະເຈົ້າຂອງພວກທ່ານ

ໃນທີ່ນີ້ຄຳປຽບທຽບ "ສຽງຂອງພຣະຢາເວ" ມີຄວາມຫມາຍວ່າສິ່ງທີ່ພຣະຢາເວກ່າວ. ອາດແປໄດ້ອີກວ່າ: "ສິ່ງທີ່ພຣະຢາເວພຣະເຈົ້າຂອງທ່ານກຳລັງກ່າວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແລ້ວຄຳສາບແຊ່ງເຫລົ່ານີ້ທັງຫມົດຈະມາເຖິງພວກທ່ານເເລະຕາມທັນພວກທ່ານ

ໂມເຊໄດ້ອະທິບາຍຄຳສາບແຊ່ງວ່າເປັນເຫມືອນບຸກຄົນທີ່ຈະໂຈມຕີພວກເຂົາໂດຍເຮັດໃຫ້ປະຫລາດໃຈຫລືໄລ່ຈັບ ແລະ ຈັບພວກເຂົາ. ອາດແປໄດ້ອີກວ່າ: "ພຣະຢາເວຈະສາບແຊ່ງທ່ານເຊັ່ນນີ້ໃນວິທີຕ່າງໆທີ່ຈະເຮັດໃຫ້ທ່ານປະຫລາດໃຈ, ແລະ ມັນຈະເປັນຄືກັບວ່າທ່ານບໍ່ສາມາດຫນີພົ້ນຈາກການສາບແຊ່ງທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-personification]])

ມາເຖິງພວກທ່ານເເລະຕາມທັນພວກທ່ານ

ແປຄືໃນ28:1