lo_tn/deu/28/13.md

2.9 KiB

ຂໍ້ມູນເພີ່ມເຕີມ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ເປັນຫົວ, ເເລະບໍ່ເເມ່ນຫາງ

ຄຳປຽບທຽບນີ້ພັນລະນາເຖິງຊາດອິດສະຣາເອນເປັນເຫມືອນສັດ ແລະ ຫມາຍຄວາມວ່າຊາວອິດສະຣາເອນຈະເປັນຜູ້ນຳເຫນືອຊົນຊາດອື່ນຕະຫລອດໄປ ແລະ ບໍ່ເຄີຍເປັນຜູ້ຮັບໃຊ້ທີ່ຕິດຕາມພວກເຂົາ. ຊາວອິດສະຣາເອນຈະມີອຳນາດ, ເງິນຄຳແລະ ໄດ້ຮັບກຽດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຢູ່ເຫນືອກວ່າເທົ່ານັ້ນ...ຈະບໍ່ມີວັນຢູ່ໃຕ້ສິ່ງໃດ

ຊາວອິດສະຣາເອນຈະປົກຄອງຄົນອື່ນແຕ່ຈະບໍ່ມີຄົນອື່ນປົກຄອງພວກເຂົາເລີຍ.

ຂ້າພະເຈົ້າກຳລັງບັນຊາພວກທ່ານ

ໂມເຊກຳລັງເວົ້າກັບຊາວອິດສະຣາເອນທຸກຄົນ, ສະນັ້ນຄຳວ່າ "ພວກທ່ານ" ແມ່ນອ້າງເຖິງຫລາຍຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ທ່ານຈະບໍ່ຫັນຫນີຈາກຖ້ອຍຄຳໃດໆທີ່ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້,ໄປທາງຂວາມືຫລືຊ້າຍມືຄືໄປຕິດຕາມພະອື່ນໆ ເພື່ອປະຕິບັດພະເຫລົ່ານັ້ນ

ການບໍ່ເຊື່ອຟັງພຣະຢາເວ ແລະນະມັດສະການພະອື່ນໆແມ່ນເວົ້າເຖິງວ່າຄົນເຮົາຫັນໂຕຕົນຝ່າຍຮ່າງກາຍໄປໃນທິດທາງທີ່ແຕກຕ່າງຈາກຖ້ອຍຄຳຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຖ້າທ່ານບໍ່ເຊື່ອຟັງສິ່ງທີ່ຂ້າພະເຈົ້າສັ່ງທ່ານໃນມື້ນີ້ໂດຍການຮັບໃຊ້ພະອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)