lo_tn/deu/28/11.md

2.0 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນຄົນຫນຶ່ງຄົນ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຜົນຈາກຮ່າງກາຍຂອງພວກທ່ານ, ດ້ວຍຜົນຈາກຝູງສັດຂອງພວກທ່ານ, ດ້ວຍຜົນຈາກເເຜ່ນດິນຂອງພວກທ່ານ

ນີ້ແມ່ນສຳນວນ. ຄຳເວົ້າທີ່ຄ້າຍຄືກັນນີ້ປາກົດຢູ່ໃນ 28: 3. ອາດແປໄດ້ອີກວ່າ: "ກັບລູກຫລານ, ສັດແລະ ພືດພັນຕ່າງໆ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຄັງເເຫ່ງສະຫວັນຂອງພຣະອົງ

ໂມເຊເວົ້າເຖິງເມກຝົນທີ່ຝົນຕົກພວກເຂົາຄ້າຍຄືກັບຕຶກທີ່ເຂົາເກັບເອົານຳ້ຝົນ. ອາດແປໄດ້ອີກວ່າ: "ກຸ່ມເມກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໃນເວລາທີ່ເຫມາະສົມ

"ເມື່ອພືດຕ້ອງການ"

ການງານທຸກຢ່າງທີ່ມືຂອງພວກທ່ານເຮັດ

ຄຳວ່າ "ມື" ແມ່ນປຽບທຽບເຖິງສຳລັບຄົນທັງຫມົດ. ອາດແປໄດ້ອີກວ່າ: "ທຸກໆວຽກງານທີ່ເຈົ້າເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)