lo_tn/deu/28/09.md

2.1 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ພຣະຢາເວຊົງສະຖາປະນາໃຫ້ພວກທ່ານໃຫ້ເປັນຊົນຊາດຫນຶ່ງທີ່ຖືກເເຍກໄວ້ເພື່ອພຣະອົງເອງ

ພຣະຢາເວເລືອກປະຊາຊົນອິດສະຣາເອນໃຫ້ເປັນຂອງພຣະອົງໂດຍວິທີພິເສດແມ່ນເວົ້າເຖິງວ່າເປັນເລື່ອງທີ່ພຣະອົງຈະໃຫ້ພວກເຂົາຢູ່ບ່ອນອື່ນຕ່າງຈາກບ່ອນທີ່ປະຊາຊາດອື່ນໆອາໄສຢູ່. ອາດແປໄດ້ອີກວ່າ: "ພຣະຢາເວຈະເຮັດໃຫ້ທ່ານເປັນຄົນບໍລິສຸດເພື່ອເປັນຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກທ່ານຖືກເອີ້ນໂດຍພຣະນາມຂອງພຣະຢາເວ

ໃນນີ້ຄຳປຽບທຽບ “ຮຽກເອີ້ນໂດຍນາມຊື່ຂອງພຣະຢາເວ” ມີຄວາມຫມາຍວ່າເປັນຂອງພຣະອົງ. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ເອີ້ນທ່ານດ້ວຍພຣະອົງເອງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])