lo_tn/deu/28/03.md

2.6 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ພຣະພອນຈະເປັນຂອງພວກທ່ານ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະອວຍພອນທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໃນເມືອງ...ໃນທົ່ງນາ

ຄວາມເມດຕານີ້ຫມາຍຄວາມວ່າພຣະຢາເວຈະອວຍພອນພວກເຂົາຢູ່ທົ່ວທຸກແຫ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)

ຜົນຈາກຮ່າງກາຍຂອງພວກທ່ານ, ເເລະຜົນຈາກສັດຕ່າງໆຂອງພວກທ່ານ, ທີ່ເພີ້ມພູນ ເເລະລູກອ່ອນຂອງຝູງສັດຂອງພວກທ່ານ

ບັນດາສຳນວນເຫລົ່ານີ້ "ລູກຫລານຂອງທ່ານ, ແລະ ຜົນລະປູກຂອງທ່ານ, ແລະ ສັດຂອງທ່ານທັງຫມົດ" ສ້າງຄວາມເພິ່ງພໍໃຈສຳລັບທຸກສິ່ງທີ່ຊາວອິດສະຣາเອນໃຫ້ຄ່າ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-merism]])

ຜົນຈາກສັດຕ່າງໆ ຂອງພວກທ່ານ, ທີ່ເພີ້ມພູນ ເເລະ ລູກອ່ອນຂອງຝູງສັດຂອງພວກທ່ານ

ທັງສອງນີ້ແມ່ນສາມວິທີທາງທີ່ເວົ້າວ່າພຣະຢາເວຈະເຮັດໃຫ້ສັດຂອງຊາວອິດສະຣາເອນມີຫລາຍ ແລະ ແຂງແຮງ. ອາດແປໄດ້ອີກວ່າ: "ສັດທັງຫມົດຂອງເຈົ້າພ້ອມກັບລູກງົວ ແລະ ລູກແກະຂອງຝູງສັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)