lo_tn/deu/28/01.md

2.5 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ສຽງຂອງພຣະຢາເວພຣະເຈົ້າຂອງພວກທ່ານ

ໃນນີ້ຄຳປຽບທຽບ "ສຽງຂອງພຣະຢາເວ" ຫມາຍເຖິງສິ່ງທີ່ພຣະອົງກ່າວ. ອາດແປໄດ້ອີກວ່າ: "ໃນສິ່ງທີ່ພຣະຢາເວພຣະເຈົ້າຂອງເຈົ້າກ່າວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພື່ອຖືຮັກສາ

“ແລະເຊື່ອຟັງ”

ຕັ້ງພວກທ່ານເຫນືອ

ໂມເຊກ່າວເຖິງຄວາມສຳຄັນຫລືຍິ່ງໃຫຍ່ເທົ່າກັບວ່າມັນສູງກວ່າຮ່າງກາຍ, ຄືກັບຢູ່ເທິງພູສູງ. ອາດແປໄດ້ອີກວ່າ: "ເຮັດໃຫ້ເຈົ້າສຳຄັນກວ່າ" ຫລື "ເຮັດໃຫ້ເຈົ້າໃຫຍ່ກວ່າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະພອນທັງຫມົດເຫລົ່ານີ້ຈະມາເຖິງພວກທ່ານ

ໂມເຊໄດ້ອະທິບາຍເຖິງພຣະພອນຕ່າງໆທີ່ເປັນເຫມືອນບຸກຄົນຫນຶ່ງຈະເຂົ້າມາຫາພວກຢ່າງໄວວາໂດຍໃຫ້ແປກໃຈຫລືໄລ່ ແລະຈັບພວກເຂົາ. ອາດແປໄດ້ອີກວ່າ: "ພຣະຢາເວຈະອວຍພອນທ່ານແບບນີ້ໃນວິທີຕ່າງໆທີ່ຈະເຮັດໃຫ້ທ່ານແປກໃຈ, ແລະມັນຈະເປັນຄືກັບວ່າທ່ານບໍ່ສາມາດຫນີຈາກການໃຫ້ພຣະອົງອວຍພອນໃຫ້ແກ່ທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-personification]])