lo_tn/deu/27/20.md

2.2 KiB

ຂໍ້ມຸນທົ່ວໄປ:

ໂມເຊສືບຕໍ່ເລົ່າໃຫ້ຄົນເລວີ ແລະ ປະຊາຊົນຟັງເຖິງສິ່ງທີ່ພວກເຂົາຕ້ອງເວົ້າ.

ຂໍໃຫ້ຄົນນັ້ນຖືກສາບເເຊ່ງ

ໃນນີ້ສາມາດຖືກລະບຸໄວ້ໃນຮູບປະໂຫຍກກົງ. ເບິ່ງວິທີທີ່ແປຂໍ້ນີ້ໃນ 27:16. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະຢາເວສາບແຊ່ງຄົນຜູ້ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເມຍຂອງພໍ່ຂອງເຂົາ

ໃນນີ້ບໍ່ໄດ້ຫມາຍເຖິງແມ່ຂອງຜູ້ຊາຍນັ້ນ, ແຕ່ວ່າເປັນເມຍຄົນອີກຄົນຂອງພໍ່ຂອງລາວ.

ເພາະເຂົາໄດ້ເອົາສິດຂອງພໍ່ຂອງເຂົາໄປ,

ເມື່ອຜູ້ຊາຍໃດແຕ່ງງານກັບຜູ້ຍິງ, ມີແຕ່ລາວເທົ່ານັ້ນທີ່ມີສິດທີ່ຈະນອນກັບລາວ. ຄວາມຫມາຍຄົບຖ້ວນຂອງຄຳເວົ້ານີ້ອາດຈະຖືກເຮັດໃຫ້ຈະແຈ້ງຂຶ້ນ. ອາດແປໄດ້ອີກວ່າ: "ລາວໄດ້ເອົາສິດທິທາງກົດຫມາຍ ຂອງພໍ່ຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຄືຄົນທີ່ສົມສູ່ກັບສັດຊະນິດໃດໆ

ຄວາມຫມາຍອັນຄົບຖ້ວນຂອງຄຳເວົ້ານີ້ສາມາດສ້າງໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຜູ້ທີ່ສົມສູ່ກັບສັດຮ້າຍທຸກຊະນິດໃນແບບທີ່ຜູ້ຊາຍນອນຢູ່ກັບຜູ້ຍິງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)