lo_tn/deu/27/18.md

2.3 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ເລົ່າໃຫ້ຄົນເລວີ ແລະ ປະຊາຊົນຟັງເຖິງສິ່ງທີ່ພວກເຂົາຕ້ອງເວົ້າ.

ຂໍໃຫ້ຄົນນັ້ນຖືກສາບແຊ່ງ

ໃນນີ້ອາດຈະຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ເບິ່ງວິທີທີ່ແປສິ່ງນີ້ໃນ 27:16. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະຢາເວສາບແຊ່ງຊາຍຄົນນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໃຊ້ກຳລັງບັງຄັບຄວາມຍຸຕິທັມອອກໄປຈາກຄົນຕ່າງຊາດ...ເເມ່ຫມ້າຍ

ໂມເຊເວົ້າກ່ຽວກັບຄວາມຍຸດຕິທຳຄືກັບວ່າມັນເປັນວັດຖຸທາງກາຍຍະພາບທີ່ຄົນເຂັ້ມແຂງສາມາດດຶງຕົວອອກໄປຈາກຄົນທີ່ອ່ອນແອ. ໃນພາສາຂອງທ່ານອາດຈະມີຄຳຫນຶ່ງທີ່ມີຄວາມຫມາຍວ່າ "ໃຊ້ ກຳລັງເພື່ອເອົາໄປ." ຄຳສັບຄ້າຍຄືກັນນີ້ປາກົດຢູ່ໃນ 24:17. ອາດແປໄດ້ອີກວ່າ: "ປະຕິບັດຕໍ່ຄົນຕ່າງປະເທດ ... ແມ່ຫມ້າຍຢ່າງບໍ່ເປັນທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລູກກຳພ້າ

ໃນນີ້ແມ່ນເດັກນ້ອຍທີ່ພໍ່ແມ່ທັງສອງໄດ້ເສຍຊີວິດແລະ ບໍ່ມີຍາດພີ່ນ້ອງເພື່ອເບິ່ງແຍງພວກເຂົາ.

ແມ່ຫມ້າຍ

ໃນນີ້ຫມາຍຄວາມວ່າແມ່ຍິງທີ່ຜົວຂອງນາງໄດ້ເສຍຊີວິດໄປແລ້ວ ແລະ ບໍ່ມີລູກທີ່ຈະເບິ່ງແຍງນາງໃນເວລາເຖົ້າແກ່.