lo_tn/deu/26/18.md

3.3 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ເປັນປະຊາຊົນທີ່ເປັນກຳມະສິດຂອງພຣະອົງເອງ

"ປະຊາຊົນຜູ້ທີ່ຂຶ້ນກັບພຣະອົງ"

ພຣະອົງຈະຕັ້ງພວກທ່ານໃຫ້ສູງເຫນືອ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ພຣະອົງຈະເຮັດໃຫ້ພວກທ່ານສຳຄັນກວ່າ" ຫລື "ພຣະອົງຈະເຮັດໃຫ້ເຈົ້າໃຫຍ່ກວ່າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພຣະອົງຈະຕັ້ງພວກທ່ານໃຫ້ສູງເຫນືອຊົນຊາດອື່ນໆ , ທັງຫມົດທີ່ພຣະອົງໄດ້ຊົງສ້າງ ເເລະ ພວກທ່ານຈະໄດ້ຮັບຄຳສັນຣະເສີນ, ເເລະ ຊື່ສຽງ, ກຽດຕິຍົດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພຣະອົງຈະເຮັດໃຫ້ທ່ານຍິ່ງໃຫຍ່ເຫນືອຊົນຊາດອື່ນທີ່ພຣະອົງໄດ້ຕັ້ງຂຶ້ນມາ, ແລະ ພຣະອົງຈະຊ່ວຍໃຫ້ທ່ານສາມາດສັນເສີນ ແລະຖວາຍກຽດແກ່ພຣະອົງ" ຫລື 2) "ພຣະອົງຈະໃຫ້ຜູ້ຄົນສັນເສີນທ່ານຫລາຍກວ່າສັນເສີນຊົນຊາດທັງຫລາຍທີ່ພຣະອົງຕັ້ງຂຶ້ນ; ຄົນທັງຫລາຍຈະເວົ້າວ່າທ່ານເກັ່ງກວ່າຊາດອື່ນ ແລະ ພວກເຂົາຈະໃຫ້ກຽດທ່ານ."

ພວກທ່ານຈະເປັນປະຊາຊົນທີ່ຖືກເເຍກອອກໄວ້ເພື່ອພຣະຢາເວພຣະເຈົ້າຂອງພວກທ່ານ

ພຣະຢາເວເລືອກປະຊາຊົນອິດສະຣາເອນໃຫ້ເປັນຂອງພຣະອົງໃນວິທີພິເສດແມ່ນເວົ້າເຖິງວ່າຖ້າຫາກວ່າພຣະຢາເວໄດ້ແຍກພວກເຂົາອອກຈາກຊົນຊາດອື່ນໆ. ໃນນີ້ສາມາດລະບຸໄວ້ໃນຮູບແບບໂດຍກົງ. ອາດແປໄດ້ອີກວ່າ: "ພຣະຢາເວພຣະເຈົ້າຂອງທ່ານຈະແຍກທ່ານອອກຈາກຊົນຊາດອື່ນໆ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])