lo_tn/deu/26/16.md

2.3 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ດ້ວຍສິ້ນສຸດໃຈເເລະດ້ວຍສິ້ນສຸດຈິດຂອງພວກທ່ານ

ສຳນວນ "ທັງຫມົດ ... ຫົວໃຈ" ຫມາຍຄວາມວ່າ "ທັງຫມົດທັງມວນ" ແລະ "ທັງຫມົດ ... ຈິດວິນຍານ" ຫມາຍຄວາມວ່າ "ກັບທຸກໆຢ່າງຂອງທ່ານ." ສອງປະໂຫຍກນີ້ມີຄວາມຫມາຍຄ້າຍຄືກັນ. ອາດແປໄດ້ອີກວ່າ: "ດ້ວຍທັງຫມົດທີ່ເຈົ້າເປັນຢູ່" ຫລື "ດ້ວຍກຳລັງທັງຫມົດຂອງເຈົ້າ." ແປປະໂຫຍກນີ້ຕາມທີ່ໄດ້ເຮັດໃນ 4:29. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-doublet]])

ພວກທ່ານຈະດຳເນີນໃນທາງທັງຫລາຍຂອງພຣະອົງ, ເເລະ ຖືຮັກສາກົດຫມາຍຕ່າງໆຂອງພຣະອົງ, ພຣະບັນຊາຕ່າງໆຂອງພຣະອົງ, ເເລະ ພວກທ່ານຈະຟັງພຣະສຸຣະສຽງຂອງພຣະອົງ

ຄຳວ່າ "ດຳເນີນຕາມ" "ຮັກສາ," ແລະ "ຟັງ" ມີຄວາມຫມາຍຄ້າຍຄືກັນຢູ່ນີ້. ໃນນີ້ “ສຽງ” ຫມາຍເຖິງສິ່ງທີ່ພຣະເຈົ້າໄດ້ກ່າວ. ອາດແປໄດ້ອີກວ່າ: "ເຈົ້າຈະເຊື່ອຟັງຄຳສັ່ງທຸກຢ່າງຂອງພຣະຢາເວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metonymy]])