lo_tn/deu/26/14.md

3.6 KiB

ຂໍ້​ມູນ​ທົ່ວ​ໄປ:

ໃນນີ້ຍັງສືບຕໍ່ສິ່ງທີ່ຊາວອິດສະຣາເອນຕ້ອງກ່າວກັບພຣະຢາເວເມື່ອເຂົາຖວາຍເງິນຫນຶ່ງສ່ວນສິບຂອງເຂົາແກ່ຄົນທຸກຍາກ.

ຂ້ານ້ອຍບໍ່ໄດ້ກິນສິ່ງໃດໆ, ຈາກສິ່ງເຫລົ່ານັ້ນໃນການໄວ້ທຸກຂອງຂ້ານ້ອຍ

"ຂ້ອຍບໍ່ໄດ້ກິນສ່ວນຫນຶ່ງຂອງສ່ວນສິບໃນຂະນະທີ່ຂ້ອຍໄວ້ທຸກ"

ເມື່ອຂ້ານ້ອຍບໍ່ບໍຣິສຸດ,

ໃນນີ້ “ຄວາມບໍ່ບໍລິສຸດ” ຫມາຍເຖິງຄົນນັ້ນບໍ່ສະອາດຕາມກົດຫມາຍ. ພຣະເຈົ້າບໍ່ຍອມໃຫ້ຄົນທີ່ບໍ່ສະອາດແຕະຕ້ອງການຖວາຍຫນຶ່ງສ່ວນສິບທີ່ລາວກຳລັງມອບໃຫ້ແກ່ພຣະເຈົ້າ. ຄວາມຫມາຍອັນຄົບຖ້ວນຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ເມື່ອຂ້ອຍບໍ່ສະອາດຕາມກົດບັນຍັດ" ຫລື "ເມື່ອກົດຫມາຍເວົ້າວ່າຂ້ອຍບໍ່ສາມາດແຕະຕ້ອງມັນໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຂ້ານ້ອຍໄດ້ຟັງສຽງຂອງພຣະຢາເວພຣະເຈົ້າຂອງຂ້ານ້ອຍ; ຂ້ານ້ອຍໄດ້ເຊື່ອຟັງທຸກສິ່ງທີ່ພຣະອົງໄດ້ບັນຊາໃຫ້ຂ້ານ້ອຍເຮັດ

ໃນນີ້ "ສຽງຂອງພຣະຢາເວ" ແມ່ນຄໍາປຽບທຽບສຳລັບສິ່ງທີ່ພຣະຢາເວກ່າວ. ຄຳກ່າວການທັງສອງມີຄວາມຫມາຍຄ້າຍຄືກັນ. ພວກເຂົາເນັ້ນຫນັກວ່າບຸກຄົນດັ່ງກ່າວໄດ້ເຊື່ອຟັງຄຳສັ່ງທັງຫມົດຂອງພຣະເຈົ້າ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-parallelism]])

ທີ່ພຣະອົງໄດ້ປະທັບຄືຈາກສະຫວັນ

ສອງປະໂຫຍກນີ້ມີຄວາມຫມາຍຄືກັນ. ອາດແປໄດ້ອີກວ່າ: "ຈາກສະຫວັນ, ສະຖານທີ່ປະທັບທີ່ບໍລິສຸດຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຄືດິນເເດນຫນຶ່ງທີ່ມີນຳ້ນົມ ເເລະ ນຳ້ເຜິ້ງຫລັ່ງໄຫລ

ນີ້ແມ່ນສຳນວນ. ເບິ່ງວິທີທີ່ແປຂໍ້ນີ້ໃນ 6: 3. ອາດແປໄດ້ອີກວ່າ: "ດິນແດນທີ່ມີນຳ້ນົມ ແລະນຳ້ເຜິ້ງຫລັ່ງໄຫລ" ຫລື "ດິນແດນທີ່ດີສຳລັບການລ້ຽງງົວແລະການເຮັດກະສິກຳ"