lo_tn/deu/26/12.md

2.5 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ໃນປີທີສາມ

"ທີສາມ" ນີ້ແມ່ນຕົວເລກທົ່ວໄປສຳລັບຈຳນວນສາມ. ທຸກໆສາມປີປະຊາຊົນອິດສະຣາເອນໄດ້ມອບຫນຶ່ງສ່ວນສິບຂອງການເກັບກ່ຽວໃຫ້ຄົນທຸກຍາກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-ordinal)

ລູກກຳພ້າ

ນີ້ແມ່ນເດັກນ້ອຍທີ່ພໍ່ແມ່ທັງສອງໄດ້ເສຍຊີວິດ ແລະ ບໍ່ມີຍາດພີ່ນ້ອງເພື່ອເບິ່ງແຍງພວກເຂົາ.

ແມ່ຫມ້າຍ

ໃນນີ້ຫມາຍເຖິງຜູ້ຍິງທີ່ຜົວຂອງນາງໄດ້ເສຍຊີວິດໄປແລ້ວ ແລະ ບໍ່ມີລູກທີ່ຈະເບິ່ງແຍງນາງຕອນທີ່ລາວເຖົ້າແລ້ວ.

ກິນໃນປະຕູເມືອຕ່າງໆ, ຂອງພວກທ່ານເເລະອີ່ມຫນຳ

ໃນນີ້ “ປະຕູ” ຫມາຍເຖິງຕົວເມືອງ ຫລືຕົວເມືອງຕ່າງໆ. ອາດແປໄດ້ອີກວ່າ: "ເພື່ອວ່າຜູ້ທີ່ຢູ່ໃນຕົວເມືອງຂອງເຈົ້າຈະມີອາຫານການກິນທີ່ພຽງພໍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ຂ້ານ້ອຍໄດ້ນຳ

ນີ້ແມ່ນຄຳທຳອິດຂອງ ຄຳກ່າວສ່ວນຫນຶ່ງອີກທີ່ຊາວອິດສະຣາເອນຄວນເວົ້າ.

ເເລະບໍ່ໄດ້ລືມເລີຍ

ໃນນີ້ຫມາຍຄວາມວ່າລາວໄດ້ເຊື່ອຟັງຂໍ້ຄຳສັ່ງທັງຫມົດຂອງພຣະເຈົ້າ.