lo_tn/deu/26/08.md

2.4 KiB

ຂໍ້​ມູນ​ທົ່ວ​ໄປ:

ໃນນີ້ຍັງສືບຕໍ່ສິ່ງທີ່ຊາວອິດສະຣາເອນຕ້ອງກ່າວເມື່ອເຂົານຳເອົາຜົນລະປູກຊຸດທຳອິດຂອງເຂົາມາຖວາຍແດ່ພຣະຢາເວ.

ພຣະຢາເວໄດ້ນຳເຮົາ

ໃນນີ້ "ພວກເຮົາ" ຫມາຍເຖິງປະຊາຊົນອິດສະຣາເອນທີ່ອາໄສຢູ່ເອຢີບ. ຜູ້ເວົ້າລວມຕົນເອງເຂົ້າເປັນຫນຶ່ງໃນປະຊາຊົນບໍ່ວ່າລາວອາໄສຢູ່ປະເທດເອຢີບຫລືບໍ່ກໍຕາມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-inclusive)

ດ້ວຍພຣະຫັດອັນຊົງຣິດຂອງພຣະອົງ, ດ້ວຍແຂນທີ່ຢຽດອອກ

ໃນນີ້ “ດ້ວຍພະຫັດອັນຊົງຣິດ” ແລະ “ແຂນທີ່ຢຽດອອກ” ແມ່ນຄຳປຽບທຽບສຳລັບອຳນາດຂອງພຣະຢາເວ. ອາດແປໄດ້ອີກວ່າ: "ໂດຍການສະແດງອຳນາດອັນຍິ່ງໃຫຍ່ຂອງພຣະອົງ." ຄຳເວົ້າທີ່ຄ້າຍຄືກັນນີ້ປາກົດຢູ່ໃນ 4:34. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດ້ວຍສິ່ງທີ່ຫນ້າຢຳເກງຢ່າງຍິ່ງໃຫຍ່ຕ່າງໆ

"ດ້ວຍການກະທຳທີ່ເຮັດໃຫ້ຄົນທີ່ເຫັນໃຫ້ພວກເຂົາຢຳເກງ"

ຄືດິນເເດນຫນຶ່ງທີ່ມີນຳ້ນົມເເລະນຳ້ເຜິ້ງໄຫລ

ນີ້ແມ່ນສຳນວນ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 6: 3. ອາດແປໄດ້ອີກວ່າ: "ດິນແດນທີ່ມີນຳ້ນົມ ແລະນຳ້ເຜິ້ງຫລາຍຫລັ່ງໄຫລ" ຫລື "ດິນແດນທີ່ດີສຳລັບການລ້ຽງງົວ ແລະ ການເຮັດກະສິກຳ"