lo_tn/deu/26/05.md

2.2 KiB

ຂໍ້​ມູນ​ທົ່ວ​ໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນບຸກຄົນຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງພວກເຈົ້າ" ນີ້ແມ່ນອ້າງເຖິງບຸກຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ບັນພະບຸຣຸດຂອງຂ້ານ້ອຍຄືອາຣາມ

ນີ້ແມ່ນການເລີ່ມຕົ້ນຂອງຄຳກ່າວທີ່ຊາຍຊາວອິດສະຣາເອນຄວນເຮັດໃນເວລານຳກະຕ່າຂອງເຂົາມາ.

ອາຣາມຜູ້ພະເນຈອນ

ໃນນີ້ຫມາຍເຖິງຢາໂຄບ, ເຊິ່ງເປັນເຊື້ອສາຍຂອງຊົນອິດສະຣາເອນທັງຫລາຍ. ລາວອາໄສຢູ່ເປັນເວລາຫລາຍປີທີ່ເມືອງອາຣາມ - ນາໄຫຣາມ, ເຂດທີ່ຕັ້ງຢູ່ໃນປະເທດຊີເຣຍ.

ເເລະອາໄສຢູ່ທີ່ນັ້ນ

"ແລະມີຊີວິດຢູ່ຕະຫລອດຊີວິດຂອງລາວຢູ່ທີ່ນັ້ນ"

ທີ່ນັ້ນເຂົາໄດ້ກາຍເປັນ

ຄຳວ່າ “ເຂົາ” ແມ່ນຄຳປຽບທຽບ“ ເຊື້ອສາຍຂອງຢາໂຄບ.” (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ທີ່ຫຍິ່ງໃຫຍ່, ເຂັ້ມເເຂງ

ຄຳສັບເຫລົ່ານີ້ໂດຍພື້ນຖານແລ້ວຄວາມຫມາຍດຽວກັນ. ເຂົາເຈົ້າເນັ້ນຫນັກວ່າອິດສະຣາເອນກາຍເປັນປະເທດໃຫຍ່ ແລະ ມີກຳລັງເຂັ້ມແຂງ. ອາດແປໄດ້ອີກວ່າ: "ຍິ່ງໃຫຍ່ຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)