lo_tn/deu/24/19.md

3.3 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າຢູ່ນີ້ເຖິງຊາວອິດສະຣາເອນຄືກັບວ່າພວກເຂົາເປັນຄົນຫນຶ່ງຄົນ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງເຈົ້າ" ແມ່ນອ້າງເຖິງຜູ້ດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ເມື່ອພວກທ່ານເກັບກ່ຽວໃນທົ່ງນາຂອງພວກທ່ານ

"ເມື່ອທ່ານກ່ຽວເຂົ້າໃນທົ່ງນາຂອງທ່ານ"

ຟ່ອນເຂົ້າ

ຮວງເຂົ້າທີ່ໄດ້ມັດເຂົ້າດ້ວຍກັນ

ມັນຕ້ອງເປັນຂອງຄົນຕ່າງຊາດ; ຂອງລູກກຳພ້າ, ຫລືຂອງເເມ່ຫມ້າຍ

ທ່ານສາມາດເຮັດໃຫ້ຂໍ້ມູນນີ້ເຂົ້າໃຈໄດ້ຊັດເຈນ. ອາດແປໄດ້ອີກວ່າ: "ເຈົ້າຕ້ອງປະຟ່ອນເຂົ້ານັ້ນໄວ້ເພື່ອຄົນຕ່າງຊາດ, ເດັກກຳພ້າ, ຫລືແມ່ໝ້າຍສາມາດເກັບເອົາມັນໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ໃນການງານທຸກຢ່າງທີ່ມືຂອງທ່ານເຮັດ

ໃນນີ້ແມ່ນ "ມື" ຫມາຍເຖິງຄົນທັງຫມົດ. ອາດແປໄດ້ອີກວ່າ: "ໃນທຸກໆວຽກທີ່ທ່ານເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເມື່ອພວກທ່ານສັ່ນຕົ້ນຫມາກກອກ

ທ່ານສາມາດເຮັດໃຫ້ຂໍ້ມູນນີ້ເຂົ້າໃຈໄດ້ຊັດເຈນ. ອາດແປໄດ້ອີກວ່າ: "ເມື່ອທ່ານສັ່ນງ່າຂອງຕົ້ນ ຫມາກກອກເທດຂອງທ່ານ, ເຮັດໃຫ້ຫມາກກອກຕົກລົງໃນພື້ນດິນເພື່ອໃຫ້ທ່ານສາມາດເກັບມັນໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ພວກທ່ານຕ້ອງບໍ່ກັບໄປກິ່ງເດີມອີກ

"ບໍ່ຄວນເກັບອົາຫມາກກອກທຸກຫນ່ວຍຈາກຕົ້ນນັ້ນ"

ມັນຈະຕ້ອງເປັນຂອງຄົນຕ່າງຊາດ, ຂອງລູກກຳພ້າ, ຫລືຂອງເເມ່ຫມ້າຍ

ທ່ານສາມາດເຮັດໃຫ້ຂໍ້ມູນນີ້ເຂົ້າໃຈໄດ້ຊັດເຈນ. ອາດແປໄດ້ອີກວ່າ: "ຫມາກກອກເທດທີ່ຢູ່ໃນກິ່ງແມ່ນສຳລັບຄົນຕ່າງຊາດ, ເດັກກຳພ້າ, ແລະ ແມ່ ຫມ້າຍເພື່ອເກັບ ແລະເອົາໄປນຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)