lo_tn/deu/24/17.md

2.8 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າຢູ່ນີ້ເຖິງຊາວອິດສະຣາເອນຄືກັບວ່າພວກເຂົາເປັນຄົນຫນຶ່ງຄົນ, ສະນັ້ນຄຳວ່າ"ເຈົ້າ" ແລະ "ຂອງເຈົ້າ" ແມ່ນອ້າງເຖິງຜູ້ດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ພວກທ່ານຕ້ອງບໍ່ໃຊ້ກຳລັງບັງຄັບຄວາມຍຸຕິທັມໄປຈາກຄົນຕ່າງຊາດ,ຫລືລູກກຳພ້າ

ໂມເຊເວົ້າກ່ຽວກັບຄວາມຍຸດຕິທຳຄືກັບວ່າມັນເປັນຫລັກການຝ່າຍຮ່າງກາຍທີ່ຄົນເຂັ້ມແຂງສາມາດດຶງຕົວອອກໄປຈາກຄົນທີ່ອ່ອນແອ. ອາດແປໄດ້ອີກວ່າ: "ເຈົ້າບໍ່ຄວນປະຕິບັດຕໍ່ຄົນຕ່າງຊາດຫລືເດັກກຳພ້າໂດຍບໍ່ຍຸດຕິທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເດັກກຳພ້າ

ໃນນີ້ຫມາຍເຖິງເດັກນ້ອຍທີ່ພໍ່ແມ່ທັງສອງໄດ້ເສຍຊີວິດ ແລະບໍ່ມີຍາດພີ່ນ້ອງທີ່ຈະເບິ່ງແຍງພວກເຂົາ.

ຫລືຢຶດເສື້ອຄຸມຂອງເເມ່ຫມ້າຍເປັນຂອງປະກັນ

ຜູ້ໃຫ້ກູ້ຈະເອົາບາງສິ່ງບາງຢ່າງຈາກຜູ້ກູ້ຢືມເພື່ອຮັບປະກັນວ່າລາວຈະຈ່າຍຄືນ. ລາວບໍ່ໄດ້ຮັບອະນຸຍາດໃຫ້ເອົາເສື້ອຄຸມຂອງນາງເພາະວ່ານາງຕ້ອງໃຊ້ໃຫ້ຄວາມອົບອຸ່ນ. ຄວາມຫມາຍອັນຄົບຖວ້ນຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ແລະຢ່າເອົາເສື້ອຄຸມຂອງແມ່ໝ້າຍ ມາເປັນຂອງປະກັນເພາະວ່ານາງຕ້ອງໃຊ້ໃຫ້ຄວາມອົບອຸ່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ລະນຶກເຖິງ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ຈື່ຈຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)