lo_tn/deu/24/14.md

3.4 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າຢູ່ນີ້ເຖິງຊາວອິດສະຣາເອນຄືກັບວ່າພວກເຂົາເປັນຄົນຫນຶ່ງຄົນ, ສະນັ້ນຄຳວ່າ"ເຈົ້າ" ແລະ "ຂອງເຈົ້າ" ແມ່ນອ້າງເຖິງຜູ້ດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ພວກທ່ານຕ້ອງບໍ່ກົດຂີ່ລູກຈ້າງທີ່ຍາກຈົນຂັດສົນ

"ທ່ານບໍ່ຕ້ອງປະຕິບັດຕໍ່ຜູ້ຮັບໃຊ້ທີ່ທຸກຍາກ"

ລູກຈ້າງທີ່ຍາກຈົນ

ຜູ້ທີ່ໄດ້ຮັບຄ່າແຮງງານປະຈຳວັນສຳລັບການເຮັດວຽກ

ຍາກຈົນຂັດສົນ

ສອງຄຳນີ້ມີຄວາມຫມາຍຄ້າຍຄືກັນ ແລະເນັ້ນຫນັກວ່ານີ້ແມ່ນຜູ້ທີ່ບໍ່ສາມາດຊ່ວຍຕົນເອງໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ພາຍໃນປະຕູເມືອງໃດໆ

ໃນນີ້ “ ປະຕູເມືອງ” ຫມາຍເຖິງຕົວເມືອງ ຫລືເມືອງຕ່າງໆ. ອາດແປໄດ້ອີກວ່າ: "ໃນຫນຶ່ງເມືອງຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ໃນເເຕ່ລະວັນພວກທ່ານຕ້ອງຈ່າຍຄ່າຈ້າງໃຫ້ເຂົາ

"ເຈົ້າຄວນຈະໃຫ້ເງິນແກ່ເຂົາທີ່ຫາໄດ້ທຸກໆມື້"

ຕາເວັນຈະບໍ່ຕົກດິນກ່ອນທີ່ເລື່ອງນີ້ຈະໄດ້ຮັບການສະສາງ

ໃນນີ້ແມ່ນສຳນວນ. ຊາວອິດສະຣາເອນຖືວ່າວັນໃຫມ່ເປັນມື້ເລີ່ມຕົ້ນເມື່ອຕາເວັນຕົກດິນ. ອາດແປໄດ້ອີກວ່າ: "ທ່ານຄວນຈ່າຍເງິນໃຫ້ຜູ້ຊາຍນັ້ນໃນມື້ດຽວກັນທີ່ລາວເຮັດວຽກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເພາະເຂົາຍາກຈົນເເລະມີໃຈຈົດຈໍ່ຢູ່ກັບຄ່າຈ້າງນັ້ນ

ຄວາມຫມາຍອັນຄົບຖ້ວນຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຍ້ອນວ່າລາວທຸກຍາກ ແລະເພິ່ງພາຄ່າແຮງງານຂອງລາວທີ່ຈະຊື້ອາຫານຂອງລາວໃນມື້ຕໍ່ມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເພື່ອເຂົາຈະບໍ່ກ່າວຫາຮ້ອງທູນພວກທ່ານຕໍ່ພຣະຢາເວ

"ລາວຈະບໍ່ໄດ້ຮ້ອງຫາພຣະຢາເວ ແລະຂໍໃຫ້ພຣະອົງລົງໂທດທ່ານ"