lo_tn/deu/22/23.md

2.9 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນຄົນຫນຶ່ງຄົນ, ສະນັ້ນຄຳວ່າ "ເຈົ້າ" ແມ່ນອ້າງເຖິງຜູ້ດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ໄດ້ຫມັ້ນກັບຊາຍຄົນຫນຶ່ງ

"ຜູ້ທີ່ຖືກສັນຍາວ່າຈະແຕ່ງງານກັບຜູ້ຊາຍຄົນຫນຶ່ງ"

ຈົ່ງນຳ...ເອົາກ້ອນຫີນດຶກໃສ່ເຂົາໃຫ້ຕາຍ

ຄຳສັ່ງເຫລົ່ານີ້ແມ່ນໄດ້ກ່າວເຖິງປະເທດອິດສະຣາເອນທັງຫມົດກຸ່ມ ແລະ ດັ່ງນັ້ນມັນຈຶ່ງອ້າງເຖິງຫລາຍບຸກຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຈົ່ງນຳພວກເຂົາທັງສອງຄົນ

"ແລ້ວເຈົ້າຕ້ອງເອົາທັງຍິງແລະຊາຍຄົນທີ່ນອນກັບນາງ"

ເພາະນາງບໍ່ໄດ້ສົ່ງສຽງຮ້ອງ

"ເພາະວ່າລາວບໍ່ໄດ້ຮຽກຮ້ອງຄວາມຊ່ວຍເຫລືອ"

ເພາະເຂົາຂົ່ມຂືນເມຍຂອງເພື່ອນບ້ານຂອງເຂົາ

ໃນເວລານັ້ນຊາວອິດສະຣາເອນຄິດວ່າຜູ້ຊາຍ ແລະ ຜູ້ຍິງທີ່ຫມັ້ນກັນ ເພື່ອທີ່ຈະແຕ່ງງານເປັນຜົວແລະເມຍ. ຄວາມຫມາຍອັນຄົບຖ້ວນຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ເພາະວ່າລາວນອນກັບຜູ້ຍິງທີ່ເປັນເຊື້ອສາຍອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເເລະພວກທ່ານຈະກຳຈັດຄວາມຊົ່ວອອກໄປຈາກທ່າມກາງພວກທ່ານ

ຄຳຄຸນນາມທີ່ວ່າ "ຄວາມຊົ່ວ" ສາມາດແປເປັນປະໂຫຍກຄຳນາມໄດ້. ອາດແປໄດ້ອີກວ່າ: "ເຈົ້າຕ້ອງເອົາຕົວອອກຈາກບັນດາຊາວອິດສະຣາເອນຜູ້ທີ່ເຮັດສິ່ງທີ່ຊົ່ວຮ້າຍນີ້" ຫລື "ເຈົ້າຕ້ອງປະຫານຄົນຊົ່ວນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)