lo_tn/deu/21/22.md

3.1 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ເວົ້າກັບຊາວອິດສະຣາເອນຄືກັບວ່າລາວກຳລັງເວົ້າກັບຄົນຫນຶ່ງ, ສະນັ້ນຄຳເວົ້າທີ່ວ່າ “ເຈົ້າ” ແລະ“ ຂອງເຈົ້າ” ແມ່ນອ້າງອີງເຖິງຄົນຜູ້ດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຖ້າຫາກຜູ້ຊາຍຄົນຫນຶ່ງໄດ້ເຮັດບາບຊຶ່ງສົມຄວນຕາຍ

"ຖ້າຄົນໃດໄດ້ເຮັດສິ່ງທີ່ບໍ່ດີຫລາຍທ່ານຈຳເປັນຕ້ອງລົງໂທດລາວໂດຍການຂ້າລາວ"

ເຂົາຖືກຂ້າຕາຍ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ທ່ານປະຫານເຂົາ" ຫລື "ທ່ານຂ້າເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ແລະແຂວນເຂົາໄວ້ເທິງຕົ້ນໄມ້

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ແລະຫລັງຈາກລາວຕາຍທ່ານໄດ້ແຂວນໄວ້ເທິງຕົ້ນໄມ້" ຫລື 2) "ແລະ ທ່ານຂ້າເຂົາໂດຍການແຂວນຄໍເຂົາໃສ່ເສົາໄມ້"

ຕ້ອງຝັງສົບຂອງເຂົາໃນວັນດຽວກັນນັ້ນ

"ຝັງເຂົາໃນມື້ດຽວກັນກັບທີ່ທ່ານປະຫານເຂົາ"

ເພາະໃຜກໍຕາມທີ່ຖືກເເຂວນໄວ້ນັ້ນກໍໄດ້ຮັບຄຳສາບເເຊ່ງໂດຍພຣະເຈົ້າ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເພາະວ່າພຣະເຈົ້າສາບແຊ່ງທຸກຄົນທີ່ຄົນທີ່ຖືກແຂວນຄໍທີ່ຕົ້ນໄມ້" ແລະ 2) "ຄົນທີ່ຖືກແຂວນຢູ່ຕົ້ນໄມ້ຄືຜູ້ທີ່ພຣະເຈົ້າໄດ້ສາບແຊ່ງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຈະບໍ່ເຮັດໃຫ້ດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງຈະປະທານໃຫ້ພວກທ່ານເປັນມໍຣະດົກນັ້ນເປັນມົນທິນ

ໂດຍການປ່ອຍໃຫ້ບາງສິ່ງບາງຢ່າງທີ່ພຣະເຈົ້າໄດ້ສາບແຊ່ງແຂວນຢູ່ໃນຕົ້ນໄມ້