lo_tn/deu/21/15.md

3.1 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ກ່າວກັບປະຊາຊົນອິດສະຣາເອນ.

ຄົນເປັນທີ່ຮັກກັບອີກຄົນເປັນທີ່ກຽດຊັງ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ແລະຜູ້ຊາຍທີ່ຮັກພັນລະຍາຂອງເຂົາ ແລະເຂົາກຽດຊັງອີກຄົນຫນຶ່ງ" ຫລື 2) "ແລະຜູ້ຊາຍກໍ່ຮັກເມຍຄົນຫນຶ່ງຫລາຍກວ່າທີ່ເຂົາຮັກພັນລະຍາອີກຄົນຫນຶ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ທັງສອງຄົນໄດ້ກຳເນີດລູກເເກ່ເຂົາ

"ແລະທັງສອງກໍ່ມີລູກກັບເຂົາ"

ຖ້າລູກຊາຍຄົນຫົວປີຂອງເມຍຄົນທີ່ຖືກກຽດຊັງ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຖ້າລູກຊາຍກົກເປັນຂອງເມຍທີ່ຜູ້ຊາຍກຽດຊັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເເລ້ວໃນວັນທີ່ຜູ້ຊາຍຄົນນັ້ນ

"ເມື່ອຊາຍຄົນນັ້ນ"

ຜູ້ຊາຍຄົນນັ້ນເຮັດໃຫ້ລູກຊາຍຂອງເຂົາໄດ້ຮັບມໍຣະດົກທີ່ເຂົາຄອບຄອງ

"ຊາຍຄົນນັ້ນມອບຊັບສົມບັດຂອງຕົນໃຫ້ພວກລູກຊາຍເປັນມໍລະດົກ"

ເຂົາຕ້ອງບໍ່ເຮັດໃຫ້ລູກຊາຍຂອງເມຍທີ່ເປັນທີ່ຮັກເປັນລູກຫົວປີກ່ອນລູກຊາຍຂອງເມຍຄົນທີ່ເຂົາກຽດຊັງ

"ເຂົາອາດຈະບໍ່ປະຕິບັດຕໍ່ລູກຊາຍຂອງເມຍທີ່ຮັກຄືກັບວ່າລາວເປັນລູກກົກແທນທີ່ຈະເປັນລູກຊາຍຂອງເມຍທີ່ກຽດຊັງ"

ສອງເທົ່າ

"ສອງເທົ່າ"

ລູກຊາຍຄົນນັ້ນເປັນຈຸດເລີ່ມຕົ້ນຂອງກຳລັງຂອງເຂົາ

ໃນນີ້ແມ່ນສໍານວນ. ອາດແປໄດ້ອີກວ່າ: "ລູກຊາຍຄົນນັ້ນແມ່ນຜູ້ທີ່ສະແດງໃຫ້ເຫັນວ່າຊາຍຄົນນັ້ນສາມາດເປັນພໍ່ຂອງພວກລູກໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)