lo_tn/deu/21/13.md

2.9 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ເວົ້າກັບຊາວອິດສະຣາເອນຄືກັບວ່າລາວກຳລັງເວົ້າກັບຄົນຫນຶ່ງ, ສະນັ້ນຄຳເວົ້າທີ່ວ່າ “ ເຈົ້າ” ແລະ“ ຂອງເຈົ້າ” ແມ່ນອ້າງອີງເຖິງຄົນຜູ້ດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ລາວຈະຖອດເສື້ອຜ້າທີ່ລາວສວມໃສ່

ນາງຈະເຮັດແນວນີ້ຫລັງຈາກທີ່ຜູ້ຊາຍພານາງໄປເຮືອນຂອງເຂົາ ແລະເມື່ອນາງແຖຫົວແລະຕັດເລັບທີ່ໄດ້ກ່າວໄວ້ໃນ 21:10. ຄວາມຫມາຍອັນຄົບຖ້ວນຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ນາງຈະຖອດເສື້ອຜ້າຂອງນາງ ແລະໃສ່ເສື້ອຜ້າຂອງອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຕອນທີ່ຖືກຈັບມາເປັນຊະເລີຍ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເມື່ອທ່ານຈັບນາງເປັນຊະເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຫນຶ່ງເດືອນເຕັມ

"ເປັນເດືອນ" ຫລື "ຫມົດທັງເດືອນ"

ເເຕ່ຖ້າທ່ານບໍ່ພໍໃຈລາວເເລ້ວ

ທ່ານອາດຈະຕ້ອງເວົ້າຢ່າງຈະແຈ້ງວ່າຜູ້ຊາຍນອນກັບແມ່ຍິງ. ອາດແປໄດ້ອີກວ່າ: "ແຕ່ຖ້າທ່ານນອນກັບນາງ ແລະຫລັງຈາກນັ້ນຕັດສິນໃຈວ່າທ່ານບໍ່ຕ້ອງການໃຫ້ນາງເປັນພັນລະຍາຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ທ່ານສາມາດປ່ອຍນາງໄປບ່ອນທີ່ນາງປາຖະຫນາໄດ້

"ປ່ອຍນາງໄປບ່ອນທີ່ນາງຢາກໄປ"

ເພາະທ່ານໄດ້ເຮັດໃຫ້ລາວເສຍກຽດຕິຍົດເເລ້ວ

"ເພາະວ່າທ່ານເຮັດໃຫ້ນາງລະອາຍໂດຍການນອນກັບນາງແລ້ວສົ່ງນາງໄປ"