lo_tn/deu/21/08.md

3.3 KiB

ຂໍ້ມູນທົ່ວໄປ:

ໂມເຊໄດ້ສືບຕໍ່ບອກພວກຜູ້ເຖົ້າຜູ້ແກ່ວ່າພວກເຂົາຄວນເວົ້າແນວໃດເມື່ອພວກເຂົາຊຳລະລ້າງມືຂອງພວກເຂົາເຫນືອງົວແມ່ສາວ. ລາວເວົ້າກັບພວກເຂົາຄືກັບວ່າລາວເວົ້າກັບຄົນຜູ້ຫນຶ່ງ, ສະນັ້ນຄຳວ່າ "ເຈົ້າ" ແລະ "ຂອງເຈົ້າ" ແມ່ນອ້າງອີງເຖິງຄົນດຽວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ຜູ້ທີ່ພຣະອົງໄດ້ຊົງໄຖ່ມາ

ພຣະຢາເວໄດ້ນຳການປົດປ່ອຍປະຊາຊົນອິດສະຣາເອນ ຈາກການເປັນຂ້າທາດໃນປະເທດເອຢິບແມ່ນເວົ້າຄືກັບວ່າພຣະຢາເວຈ່າຍເງິນເພື່ອໄຖ່ຜູ້ຄົນຂອງພຣະອົງຈາກການເປັນຂ້າທາດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເເລະຂໍຊົງຢ່າເອົາຜິດສຳລັບການຫລັ່ງເລືອດຂອງຜູ້ບໍ່ມີຄວາມຜິດໃນທ່າມກາງປະຊາຊົນອິສະຣາເອນຂອງພຣະອົງເລີຍ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ແລະຢ່າປະຕິບັດຕໍ່ປະຊາຊົນອິດສະຣາເອນຂອງທ່ານຄືກັບວ່າພວກເຂົາມີຄວາມຜິດໃນການຂ້າຄົນທີ່ບໍລິສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ເເລ້ວການຫລັ່ງເລືອດນັ້ນຈະໄດ້ຮັບການຍົກໂທດ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນ, ພຣະຢາເວຈະໃຫ້ອະໄພປະຊາຊົນອິດສະຣາເອນຂອງພຣະອົງຕໍ່ການເສຍຊີວິດຂອງຄົນທີ່ບໍລິສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພວກທ່ານຈະເອົາການຫລັ່ງເລືອດຂອງຜູ້ທີ່ບໍ່ມີຄວາມຜິດອອກໄປຈາກທ່າມກາງພວກທ່ານ

"ທ່ານຈະບໍ່ມີຄວາມຜິດອີກຕໍ່ໄປໃນການຂ້າຄົນບໍລິສຸດ"

ສິ່ງທີ່ຖືກຕ້ອງໃນສາຍພຣະເນດຂອງພຣະຢາເວ

ຄຳເວົ້າທີ່ວ່າ "ໃນສາຍຕາຂອງພຣະຢາເວ" ແມ່ນຄຳປຽບທຽບສຳລັບ "ສິ່ງທີ່ພຣະຢາເວຄິດວ່າຖືກຕ້ອງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)