lo_tn/deu/20/16.md

2.5 KiB

ຂໍ້ມູນທົ່ວໄປ:

ໂມເຊເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.

ໃນເມືອງຕ່າງໆ ຂອງປະຊາຊົນເຫລົ່ານີ້ທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງຈະປະທານໃຫ້ເເກ່ພວກທ່ານເປັນມໍຣະດົກ

ເມືອງຕ່າງໆໃນການາອານທີ່ພຣະຢາເວຈະໃຫ້ແກ່ປະຊາຊົນແມ່ນເວົ້າເຖິງວ່າເມືອງຕ່າງໆທີ່ເປັນມໍລະດົກຂອງປະຊາຊົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກທ່ານຕ້ອງບໍ່ປ່ອຍໃຫ້ສິ່ງໃດລອດຊີວິດ

"ທ່ານບໍ່ຕ້ອງປ່ອຍໃຫ້ສິ່ງມີຊີວິດໃດມີຊີວິດຢູ່." ສາມາດຖືກລະບຸໄວ້ໃນຮູບແບບບອກເລົ່າ. ອາດແປໄດ້ອີກວ່າ: "ເຈົ້າຕ້ອງຂ້າທຸກສິ່ງທີ່ມີຊີວິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ພວກທ່ານຕ້ອງທຳລາຍພວກເຂົາໃຫ້ຫມົດ

"ທ່ານຕ້ອງທຳລາຍກຸ່ມຄົນເຫລົ່ານີ້ຢ່າງຫມົດຄາບ"

ຈົ່ງເຮັດສິ່ງນີ້ເພື່ອວ່າພວກເຂົາ

"ທຳລາຍຊົນຊາດເຫລົ່ານີ້ເພື່ອພວກເຂົາ"

ເຮັດວິທີທີ່ຫນ້າລັງກຽດຂອງພວກເຂົາ...ພະຕ່າງໆຂອງພວກເຂົາ

"ເຮັດໃນແບບທີ່ຫນ້າກຽດຊັງຄືກັບຄົນໃນຊາດ ເຫລົ່ານີ້ໄດ້ເຮັດກັບພະຂອງພວກເຂົາ"

ຖ້າຫາກພວກທ່ານເຮັດ ພວກທ່ານຈະເຮັດບາບຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ

"ຖ້າທ່ານເຮັດຄືກັບຄົນພວກນີ້, ທ່ານຈະເຮັດບາບຕໍ່ພຣະຢາເວພຣະເຈົ້າຂອງທ່ານ"