lo_tn/deu/20/06.md

2.5 KiB

ຂໍ້ມູນທົ່ວໄປ:

ໂມເຊຍັງອະທິບາຍສະຖານະການຕ່າງໆທີ່ສາມາດອະນຸຍາດໃຫ້ຄົນໃດຫນຶ່ງອອກຈາກການທະຫານໄດ້.

ມີໃຜທີ່ປູກສວນອະງຸ່ນ...ໃຫ້ເຂົາກັບບ້ານ

"ຖ້າມີທະຫານຄົນໃດຢູ່ທີ່ນີ້ມີສວນອະງຸ່ນໃຫມ່, ແຕ່ຍັງບໍ່ທັນໄດ້ເກັບກ່ຽວຫມາກອະງຸ່ນ, ລາວຄວນຈະກັບໄປເຮືອນຂອງລາວ"

ເພື່ອເຂົາຈະບໍ່ຕ້ອງຕາຍໃນສົງຄາມ ເເລະ ໃຫ້ຄົນອື່ນເກັບກ່ຽວຜົນນັ້ນເເທນ

ເຈົ້າຫນ້າທີ່ກຳລັງອະທິບາຍສະຖານະການທີ່ອາດຈະເກີດຂື້ນກັບທະຫານ. ອາດແປໄດ້ອີກວ່າ: "ດັ່ງນັ້ນ, ຖ້າລາວຕາຍໃນການສູ້ຮົບ, ຄົນອື່ນຈະບໍ່ເກັບກ່ຽວຜົນລະປູກແທນລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)

ຊາຍຄົນໃດທີ່ໄດ້ຫມັ້ນຫມາຍກັບຜູ້ຍິງຄົນຫນຶ່ງ...ໃຫ້ເຂົາກັບບ້ານ

"ຖ້າທະຫານຄົນໃດຢູ່ທີ່ນີ້ໄດ້ສັນຍາວ່າຈະແຕ່ງງານກັບຜູ້ຍິງຄົນຫນຶ່ງ, ແຕ່ວ່າຍັງບໍ່ທັນແຕ່ງງານກັບນາງ, ລາວຄວນກັບໄປເຮືອນຂອງລາວ"

ເພື່ອວ່າເຂົາຈະບໍ່ຕາຍໃນສົງຄາມ ເເລະ ເຮັດໃຫ້ຄົນອື່ນຕ້ອງເເຕ່ງງານກັບລາວ

ເຈົ້າຫນ້າທີ່ກຳລັງອະທິບາຍສະຖານະການທີ່ອາດຈະເກີດຂື້ນກັບທະຫານ. ອາດແປໄດ້ອີກວ່າ: "ດັ່ງນັ້ນ, ຖ້າລາວຕາຍໃນການສູ້ຮົບ, ຜູ້ຊາຍຄົນອື່ນຈະບໍ່ໄດ້ແຕ່ງງານກັບນາງແທນທີ່ລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)