lo_tn/deu/19/14.md

2.3 KiB

ຂໍ້ມູນທົ່ວໄປ:

ໂມເຊຍັງເວົ້າກັບປະຊາຊົນອິດສະຣາເອນຢູ່.

ພວກທ່ານບໍ່ຍ້າຍຫລັກເຂດຂອງເພື່ອນບ້ານ

ຄວາມຫມາຍອັນຄົບຖ້ວນຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ເຈົ້າບໍ່ຕ້ອງເອົາດິນແດນຈາກເພື່ອນບ້ານໂດຍຍ້າຍເຄື່ອງຫມາຍຢູ່ເຂດແດນດິນຂອງເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພວກເຂົາໄດ້ຕັ້ງໃນສະຖານທີ່ເປັນເວລານານມາເເລ້ວ

"ທີ່ບັນພະບຸລຸດຂອງເຈົ້າໄດ້ວາງໄວ້"

ເປັນເວລານານມາເເລ້ວ

ໂມເຊຫມາຍຄວາມວ່າເມື່ອປະຊາຊົນໄດ້ອາໄສຢູ່ໃນດິນແດນເປັນເວລາດົນນານແລ້ວ, ພວກເຂົາບໍ່ຄວນຍ້າຍເຂດແດນທີ່ບັນພະບຸລຸດຂອງພວກເຂົາເຮັດເມື່ອພວກເຂົາຍຶດເອົາດິນແດນຄັ້ງທຳອິດ.

ໃນມໍຣະດົກທີ່ພວກທ່ານຈະໄດ້ຮັບ, ໃນດິນເເດນພຣະຢາເວພຣະເຈົ້າຂອງພວກທ່ານກຳລັງຈະປະທານໃຫ້ພວກທ່ານຢຶດຄອງ

ພຣະຢາເວໃຫ້ແຜ່ນດິນແກ່ປະຊາຊົນອິດສະຣາເອນຖືກກ່າວເຖິງຄືກັບວ່າພວກເຂົາກຳລັງສືບທອດແຜ່ນດິນເປັນມໍລິດົກ. ອາດແປໄດ້ອີກວ່າ: "ໃນແຜ່ນດິນທີ່ພຣະຢາເວພຣະເຈົ້າຂອງເຈົ້າໃຫ້ແກ່ເຈົ້າເພື່ອເປັນເຈົ້າຂອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)