lo_tn/deu/19/11.md

4.3 KiB

ເພື່ອນບ້ານຂອງເຂົາ

ໃນນີ້ “ເພື່ອນບ້ານ” ຫມາຍເຖິງບຸກຄົນທົ່ວໄປ.

ຊຸ້ມຄອຍດັກເຂົາ

ຄວາມຫມາຍອັນຄົບຖ້ວນຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ລີ້ຢູ່ ແລະ ລໍຖ້າເພື່ອຂ້າລາວ" ຫລື "ວາງແຜນທີ່ຈະຂ້າລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ລຸກຂຶ້ນທຳຮ້າຍເຂົາ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ໂຈມຕີລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ແລະເຮັດໃຫ້ລາວບາດເຈັບຈົນລາວຕາຍ

"ແລະ ເຮັດໃຫ້ລາວເຈັບປວດຈົນລາວຕາຍ" ຫລື "ແລະ ຂ້າລາວ"

ຕ້ອງສົ່ງຕົວ ເເລະນຳເຂົາກັບມາຈາກທີ່ນັ້ນ

"ຕ້ອງໄດ້ສົ່ງຜູ້ໃດຜູ້ຫນຶ່ງໄປຮັບເອົາເຂົາ ແລະ ເອົາເຂົາກັບມາຈາກເມືອງທີ່ລາວຫນີໄປ"

ມອບເຂົາຄືນ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ໃຫ້ສົ່ງເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຍາດພີ່ນ້ອງທີ່ມີຄວາມຮັບຜິດຊອບຕໍ່ເຂົາ

ໃນນີ້ "ມື" ສະແດງເຖິງສິດອຳນາດຂອງຜູ້ໃດຜູ້ຫນຶ່ງ. ອາດແປໄດ້ອີກວ່າ: "ຕໍ່ສິດອຳນາດຂອງຍາດພີ່ນ້ອງທີ່ມີຄວາມຮັບຜິດຊອບ" ຫລື "ພີ່ນ້ອງທີ່ມີຄວາມຮັບຜິດຊອບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຍາດທີ່ມີຄວາມຮັບຜິດຊອບ

ນີ້ແມ່ນຍາດພີ່ນ້ອງຂອງຜູ້ທີ່ຖືກຂ້າ. ຍາດພີ່ນ້ອງຄົນນີ້ຮັບຜິດຊອບໃນການລົງໂທດຄາດຕະກອນ.

ເຂົາຄວນຕາຍ

"ຄາດຕະກອນສົມຄວນຈະຕາຍ" ຫລື "ຍາດພີ່ນ້ອງທີ່ຮັບຜິດຊອບອາດຈະປະຫານຊີວິດ"

ດວງຕາຂອງພວກທ່ານຕ້ອງບໍ່ສະເເດງຄວາມສົງສານເເກ່ເຂົາ

ໃນນີ້ "ຕາຂອງທ່ານ" ຫມາຍເຖິງຄົນທັງຫມົດ. ອາດແປໄດ້ອີກວ່າ: "ຢ່າສະແດງຄວາມເມດຕາຕໍ່ເຂົາ" ຫລື "ຢ່າຮູ້ສຶກສົງສານເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເເຕ່ພວກທ່ານຕ້ອງກຳຈັດຜູ້ທີ່ຈົງໃຈຂ້າຄົນຕາຍອອກໄປຈາກອິສະຣາເອນ

ໃນນີ້ "ຄວາມຜິດກ່ຽວກັບການນອງເລືອດ" ຫມາຍເຖິງຄວາມຮູ້ສຶກຜິດສຳລັບການຂ້າຄົນທີ່ບໍລິສຸດ. ອາດແປໄດ້ອີກວ່າ "ເຈົ້າຕ້ອງປະຫານຊີວິດຄາດຕະກອນ ເພື່ອວ່າປະຊາຊົນອິດສະຣາເອນຈະບໍ່ມີຄວາມຜິດຕໍ່ການເສຍຊີວິດຂອງຄົນທີ່ບໍລິສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈາກອິສະຣາເອນ

ໃນນີ້ "ອິດສະຣາເອນ" ຫມາຍເຖິງປະຊາຊົນອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)