lo_tn/deu/19/08.md

6.1 KiB

ຂໍ້ມູນທົ່ວໄປ:

ໂມເຊຍັງເວົ້າກັບປະຊາຊົນອິດສະຣາເອນຢູ່.

ຂະຫຍາຍເຂດເເດນຂອງພວກທ່ານ

"ປະທານໃຫ້ເຈົ້າມີດິນແດນເພີ່ມເຕີມເພຶ່ອຍຶດຄອງ"

ດັ່ງທີ່ພຣະອົງໄດ້ສັນຍາເເກ່ບັນດາບັນພະບຸຣຸດຂອງພວກທ່ານໃຫ້ເຮັດ

"ຄືກັບທີ່ພຣະອົງສັນຍາກັບບັນພະບຸລຸດຂອງທ່ານວ່າພຣະອົງຈະເຮັດ"

ຖ້າພວກທ່ານຖືຮັກສາບັນຍັດທັງຫມົດເຫລົ່ານີ້ເພື່ອໃຫ້ເຮັດຕາມ

"ຖ້າທ່ານເຊື່ອຟັງຄຳສັ່ງທັງຫມົດນີ້"

ທີ່ຈະດຳເນີນໃນທາງຂອງພຣະອົງສະເຫມີ

ການທີ່ພຣະເຈົ້າຕ້ອງການໃຫ້ບຸກຄົນໃດຫນຶ່ງດຳເນີນ ຫລືປະພຶດຄືໄດ້ເວົ້າເຖິງວິທີການ ຫລືວິຖີທາງຂອງພຣະຢາເວ. ບຸກຄົນຜູ້ທີ່ເຊື່ອຟັງພຣະຢາເວແມ່ນເວົ້າຄືກັບວ່າຖ້າຫາກວ່າລາວໄດ້ດຳເນີນຕາມທາງ ຫລືເສັ້ນທາງຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຕ້ອງເຊື່ອຟັງພຣະອົງສະເຫມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເເລ້ວພວກທ່ານຕ້ອງເພີ່ມເມືອງເຫລົ່ານີ້ທັງສາມເມືອງເພື່ອທ່ານເອງ

ຄວາມຫມາຍອັນຄົບຖ້ວນຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນທ່ານຕ້ອງເລືອກສາມຕົວເມືອງຕື່ມອີກສຳລັບບຸກຄົນທີ່ຈະຫນີໄປໄດ້ຖ້າລາວຂ້າຄົນໂດຍບໍ່ຕັ້ງໃຈ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-numbers]] ແລະ [[rc:///ta/man/translate/figs-explicit]])

ນອກເຫນືອຈາກສາມເມືອງເຫລົ່ານີ້

"ນອກເຫນືອໄປຈາກສາມເມືອງທີ່ທ່ານສ້າງຕັ້ງຂື້ນແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-numbers)

ເຮັດແບບນີ້ເພື່ອວ່າເລືອດທີ່ບໍລິສຸດຈະບໍ່ຕົກ

ໃນນີ້ສາມາດຖືກລະບຸໄວ້ໃນຮູບແບບໂຫຍກກົງ. ອາດແປໄດ້ອີກວ່າ: "ເຮັດແນວນີ້ເພື່ອວ່າສະມາຊິກໃນຄອບຄົວຈະບໍ່ຂ້າຄົນທີ່ບໍລິສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເລືອດທີ່ບໍລິສຸດຈະບໍ່ຖືກຕົກ

ໃນນີ້ “ ເລືອດ” ຫມາຍເຖິງຊີວິດຂອງຄົນເຮົາ. ການເສຍເລືອດຫມາຍເຖິງການຂ້າຄົນ. ໃນນີ້ຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ບໍ່ມີໃຜຂ້າຄົນທີ່ບໍລິສຸດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ຕົກຢູ່ໃນດິນແດນພວກທ່ານ

"ໃນແຜ່ນດິນ" ຫລື "ໃນອານາເຂດ"

ພຣະຢາເວພຣະເຈົ້າຂອງທ່ານໄດ້ປະທານໃຫ້ເປັນເຫມືອນມໍລະດົກ

ແຜ່ນດິນທີ່ພຣະຢາເວຈະປະທານໃຫ້ແກ່ປະຊາຊົນອິດສະຣາເອນຖືກກ່າວຄືກັບວ່າມັນເປັນມໍລະດົກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພື່ອຈະບໍ່ໃຫ້ຄວາມຜິດເນື່ອງຈາກໂລຫິດຕົກຢູ່ນຳພວກທ່ານ

ຊາວອິດສະຣາເອນມີຄວາມຜິດຕໍ່ຜູ້ທີ່ເສຍຊີວິດຍ້ອນວ່າພວກເຂົາບໍ່ໄດ້ສ້າງເມືອງບ່ອນທີ່ລາວໄປຢູ່ລີ້ໄພຈາກ "ຜູ້ອາຄາດໂລຫິດ" ກ່າວຄືກັບວ່າຄວາມຜິດຂອງການຕາຍຂອງຄົນນັ້ນຢູ່ກັບພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໂລຫິດຕົກ

ໃນນີ້ “ເລືອດ” ສະແດງເຖິງຊີວິດ ແລະ “ການນອງເລືອດ” ຫມາຍເຖິງເຮັດຜູ້ໃດຜູ້ຫນຶ່ງມີຄວາມຜິດເພື່ອຂ້າຄົນທີ່ບໍ່ມີຄວາມຜິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຢູ່ນຳພວກທ່ານ

ນີ້ຫມາຍຄວາມວ່າຖ້າສະມາຊິກໃນຄອບຄົວຂ້າຄົນທີ່ບໍ່ມີຄວາມຜິດ, ຫລັງຈາກນັ້ນປະຊາຊົນອິດສະຣາເອນທຸກຄົນຈະມີຄວາມຜິດໃນການປ່ອຍໃຫ້ສິ່ງນັ້ນເກີດຂຶ້ນ.