lo_tn/deu/19/04.md

3.8 KiB

ນີ້ຄືກົດຫມາຍ

"ນີ້ແມ່ນຄຳແນະນຳ" ຫລື "ເຫລົ່ານີ້ແມ່ນການຊີ້ນຳ"

ສຳລັບຄົນທີ່ຂ້າຄົນອື່ນ

ຄຳວ່າ “ບຸກຄົນ” ແມ່ນໄດ້ເຂົ້າໃຈ. ອາດແປໄດ້ອີກວ່າ: "ສຳລັບຄົນທີ່ຂ້າຄົນອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ຫນີໄປອາໄສຢູ່ທີ່ນັ້ນ

"ແລະ ຜູ້ທີ່ແລ່ນຫນີໄປຢູ່ຫນຶ່ງໃນເມືອງເຫລົ່ານີ້" ຫລື "ແລະໃຜແລ່ນໄປຢູ່ເມືອງຫນຶ່ງໃນເມືອງເຫລົ່ານີ້"

ອາໄສຢູ່

"ເພື່ອຮັກສາຊີວິດຂອງຕົນເອງ." ຄວາມຫມາຍອັນຄົບຖ້ວນຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ສະນັ້ນຄອບຄົວຂອງຜູ້ທີ່ເສຍຊີວິດບໍ່ໄດ້ຂ້າລາວເພື່ອແກ້ແຄ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໃຜກໍຕາມທີ່ຂ້າເພື່ອນບ້ານໂດຍບໍ່ໄດ້ຕັ້ງໃຈ

ໃນນີ້ “ເພື່ອນບ້ານ” ຫມາຍເຖິງບຸກຄົນທົ່ວໄປ. ອາດແປໄດ້ອີກວ່າ: "ຄົນທີ່ຂ້າຄົນອື່ນໂດຍບໍ່ຕັ້ງໃຈ"

ເເລະບໍ່ໄດ້ຊັງເຂົາມາກ່ອນ

"ແຕ່ບໍ່ໄດ້ກຽດຊັງເພື່ອນບ້ານກ່ອນລາວຈະຂ້າລາວ." ນີ້ຫມາຍຄວາມວ່າບໍ່ມີສາເຫດໃດທີ່ລາວຈະຂ້າເພື່ອນບ້ານໂດຍເຈດຕະນາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເຊັ່ນເມື່ອຊາຍຄົນຫນຶ່ງເຂົ້າໄປໃນປ່າ...ເພື່ອຕັດໄມ້

ຜູ້ຂຽນໃຫ້ສະຖານະການສົມມຸດຕິຖານເຊິ່ງຄົນຫນຶ່ງຂ້າຄົນອື່ນໂດຍບໍ່ຕັ້ງໃຈ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)

ຫົວຂວານນັ້ນຫລຸດອອກຈາກດ້າມຈັບ

ສ່ວນຫົວເຫລັກຂອງຂວານຫລຸດອອກຈາກດ້າມຈັບ.

ໄປຖືກເພື່ອນບ້ານຂອງເຂົາເເລ້ວລາວຈຶ່ງເສຍຊີວິດ

ນີ້ຫມາຍຄວາມວ່າຫົວຂວານຫລຸດໄປຕຳ ແລະຂ້າເພື່ອນບ້ານ.

ຫນຶ່ງໃນເມືອງເຫລົ່ານີ້ ເເລ້ວອາໄສຢູ່

"ໄປເຖິງເມືອງໜຶ່ງໃນເມືອງຕ່າງໆເຫລົ່ານີ້ເພື່ອຊ່ວຍຮັກສາຊີວິດຂອງຕົນເອງ." ມັນຫມາຍຄວາມວ່າຄອບຄົວຂອງຜູ້ທີ່ຕາຍແລ້ວອາດຈະພະຍາຍາມແກ້ແຄ້ນ. ຜູ້ທີ່ຂ້າລາວສາມາດຫນີໄປເມືອງຫນຶ່ງໃນບັນດາເມືອງເຫລົ່ານີ້, ແລະ ຜູ້ທີ່ຢູ່ທີ່ນັ້ນຈະປົກປ້ອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)