lo_tn/deu/18/15.md

3.1 KiB

ຂໍ້ມູນທົ່ວໄປ:

ໂມເຊສືບຕໍ່ກ່າວກັບປະຊາຊົນອິດສະຣາເອນ.

ພຣະຢາເວພຣະເຈົ້າຂອງພວກທ່ານຈະຍົກຊູຜູ້ທຳນວາຍຄົນຫນຶ່ງ

ພຣະຢາເວແຕ່ງຕັ້ງບຸກຄົນທີ່ຈະເປັນຜູ້ທຳນວາຍໄດ້ຖືກກ່າວຄືກັບວ່າພຣະຢາເວຈະຍົກຊູ ຫລືແຕ່ງຕັ້ງຜູ້ນັ້ນຂຶ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຜູ້ຫນຶ່ງຈາກພວກພີ່ນ້ອງຂອງພວກທ່ານ

"ຜູ້ຫນຶ່ງໃນພີ່ນ້ອງຊາວອິດສະຣາເອນ"

ນີ້ເເມ່ນສິ່ງທີ່ທ່ານໄດ້ຂໍ

ໃນນີ້ “ ທ່ານ” ຫມາຍເຖິງຊາວອິດສະຣາເອນທີ່ພູໂຮເຣັບປະມານ 40 ປີກ່ອນ.

ທີ່ໂຮເຣັບໃນວັນເເຫ່ງການຊຸມນຸມນັ້ນ

"ໃນມື້ທີ່ທ່ານໄດ້ມາເຕົ້າໂຮມກັນທີ່ໂຮເຣັບ"

ວັນເເຫ່ງການຊຸມນຸມນັ້ນ,ກ່າວວ່າ, 'ຢ່າໃຫ້ພວກທ່ານໄດ້ຍິນສຽງພຣະຢາເວພຣະເຈົ້າຂອງເຮົາອີກ, ຫລືຢ່າໃຫ້ພວກເຮົາຕ້ອງເບິ່ງເຫັນໄຟອັນເເຮງກ້ານີ້ອີກຕໍ່ໄປ, ບໍ່ສະນັ້ນພວກເຮົາຈະຕາຍ'

ນີ້ມີການບອກໃນການອ້າງອີງ. ການອ້າງອີງໂດຍກົງສາມາດຖືກກ່າວເຖິງເປັນຄຳອ້າງອີງທາງອ້ອມ. ອາດແປໄດ້ອີກວ່າ: "ມື້ແຫ່ງການຊຸມນຸມເມື່ອທ່ານເວົ້າວ່າທ່ານບໍ່ຕ້ອງການໄດ້ຍິນສຽງຂອງພຣະຢາເວ ພຣະເຈົ້າຂອງພວກເຮົາ, ແລະ ບໍ່ເຫັນໄຟອັນຍິ່ງໃຫຍ່ຂອງພຣະອົງອີກຕໍ່ໄປ, ເພາະທ່ານຢ້ານວ່າທ່ານຈະຕາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ຢ່າໃຫ້ພວກທ່ານໄດ້ຍິນສຽງພຣະຢາເວພຣະເຈົ້າຂອງເຮົາອີກ

ໃນນີ້ "ສຽງ" ຫມາຍເຖິງການເວົ້າຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຢ່າໃຫ້ພວກເຮົາຟັງພຣະຢາເວພຣະເຈົ້າຂອງພວກເຮົາເວົ້າອີກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)